ສວນພຶກສາສາດອາຊຽນ-ເກົາຫຼີ ຈະສ້າງຂຶ້ນໃຫ້ເປັນສູນກາງການຄົ້ນຄວ້າ ທາງດ້ານວິທະຍາສາດປ່າໄມ້ ເປັນສະຖານທີ່ແລກປ່ຽນວັດທະນາທໍາ ແລະ ກາຍເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສໍາຄັນໃນເຂດນະຄອນຫຼວງວຽງຈັນ.
ສໍາລັບ ພິທີວາງສີລາເລີກການກໍ່ສ້າງສວນພຶກສາສາດ ອາຊຽນ-ເກົາຫຼີ ໄດ້ຈັດຂຶ້ນວັນທີ 28 ເມສາ 2026 ທີ່ເຂດດົງໝາກຄາຍເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ຈັງ ຢຸງ ຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາລາວ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງສວນພຶກສາສາດ ອາຊຽນ-ເກົາຫຼີ ໄດ້ຮັບທຶນການສະໜັບສະໜູນຊ່ວຍເຫຼືອລ້າຈາກລັດຖະບານ ສ ເກົາຫຼີ ໂດຍຜ່ານກົມໃຫຍ່ປ່າໄມ້ ສ ເກົາຫຼີ ແລະ ອົງການຮ່ວມມືປ່າໄມ້ອາຊຽນ (AFoCO) ມູນຄ່າທັງໝົດ 1.152.959 ໂດລາສະຫະລັດ.
ໂຄງການດັ່ງກ່າວ ມີເນື້ອທີ່ 2 ເຮັກຕາ ໄລຍະການອອກແບບ-ກໍ່ສ້າງ 1 ປີ ຊຶ່ງເປັນໂຄງການໜຶ່ງໃນຫຼາຍໂຄງການໃນຂະແໜງການກະສິກໍາ ປ່າໄມ້ ແລະ ສິ່ງແວດລ້ອມທີ່ເປັນຜົນມາຈາກສາຍພົວພັນການຮ່ວມມືອັນດີງາມ ແລະ ແໜ້ນແຟນ ລະຫວ່າງສອງລັດຖະບານກໍຄື ສປປ ລາວ- ສ ເກົາຫຼີ.

