ສະມາຄົມເຟີນີເຈີ ຈະຈັດງານວາງສະແດງ ແລະຂາຍຜະລິດຕະພັນສິນຄ້າເຟີນີ ເຈີໄມ້ລາວ ຄັ້ງທີ 6 ໃນລະຫວ່າງວັນທີ 11 ຫາ 19 ທັນວາ 2019 ຢູ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ.
ງານຄັ້ງນີ້ຈະມີນັກທຸລະກິດລາວ ແລະ ຕ່າງປະເທດເຂົ້າຮ່ວມບໍ່ຕໍ່າກວ່າ 80 ຫົວໜ່ວຍທຸລະກິດ ແລະ ໃນໄລຍະງານວາງສະແດງ ຜູ້ຊົມງານ ຈະໄດ້ຮຽນຮູ້ການ ສາທິດການຜະລິດເຄື່ອງເຟີນີເຈີໄມ້ ແລະ ແກະສະຫຼັກໄມ້, ການແຂ່ງຂັນສີລະປະ ດົນຕີ ແລະ ກິດຈະກຳອື່ນໆ ທີ່ໝູນວຽນກັນໃນແຕ່ລະມື້ຕະຫຼອດຂອງງານ.
ຈຸດປະສົງຂອງງານວາງສະແດງຄັ້ງນີ້ ແມ່ນເພື່ອສົ່ງເສີມການຊື້ຂາຍເຄື່ອງເຟີນີເຈີ ໄມ້ລາວ ທັງເປັນການເຜີຍແຜ່ໃຫ້ຊາວລາວ ແລະ ຕ່າງປະເທດຮັບຮູ້ຄວາມງາມ ທີ່ເປັນເອກະລັກຂອງຜະລິດຕະພັນເຟີນີເຈີໄມ້ລາວ. ນອກນັ້ນ ຍັງເປັນເວທີແລກ ປ່ຽນບົດຮຽນດ້ານຕ່າງໆລະຫວ່າງຜູ້ຜະລິດເຟີນີເຈີ.
ຂ່າວ-ພາບ: ສົມພາວັນ