Vientiane Times Lao
ສປປ ລາວ ມີສາຍພົວພັນການທູດກັບ 143 ປະເທດທົ່ວໂລກ

ສປປ ລາວ ມີສາຍພົວພັນການທູດກັບ 143 ປະເທດທົ່ວໂລກ

ປະຈຸບັນ, ສປປ ລາວ ໄດ້ມີສາຍພົວພັນການທູດກັບ 143 ປະເທດທົ່ວໂລກ, ມີສຳນັກງານຕາງໜ້າການທູດ  ຢູ່ຕ່າງປະເທດ 40 ແຫ່ງ, ໃນນັ້ນມີ ສະຖານເອກອັກຄະລັດຖະທູດ 26 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 1 ແຫ່ງ.

ຂໍ້ມູນດັ່ງກ່າວແມ່ນລາຍງານຢູ່ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIV ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີິ 12-13 ທັນວາ 2019 ຢູ່ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ” ແລະ ຄໍາຂວັນຍ່ອຍທີ່ເປັນຈຸດສຸມຂອງກອງປະຊຸມຄັ້ງນີ້ແມ່ນ “ເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ປະກົດຜົນເປັນຈິງ”.  

ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ນອກນັ້ນຍັງມີທີ່ປຶກສາຄະນະບໍລິຫານງານສູນກາງພັກ, ກຳມະການສູນກາງພັກ, ລັດຖະມົນຕີ ແລະ ຮອງລັດຖະມົນຕີ, ເຈົ້າແຂວງ ແລະ ຮອງເຈົ້າແຂວງຈາກທົ່ວປະເທດ, ຮອງເຈົ້າຄອງນະຄອນຫຼວງ, ເອກອັກຄະລັດຖະທູດ ແລະ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ, ບັນດານັກການທູດອາວຸໂສບໍານານ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງກະຊວງການຕ່າງປະເທດ ແລະ ຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຫຼາຍກວ່າ 560 ຄົນ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຮັບຟັງບົດລາຍງານຜົນຂອງກອງປະຊຸມວິຊາການວຽກງານການຕ່າງປະເທດ ທີ່ຈັດຂຶ້ນໃນວັນທີ 10-11 ທັນວາ 2019 ຕໍ່ກອງປະຊຸມ ພາຍຫຼັງການຈັດກອງປະຊຸມປຶກສາຫາລືພາຍໃນວຽກງານການຕ່າງປະເທດ ແລະ ກອງປະຊຸມເວທີປຶກສາຫາລືຮ່ວມ ລະຫວ່າງກະຊວງການຕ່າງປະເທດກັບພາກທຸລະກິດ ໃນວັນທີ 5-6 ແລະ 9 ທັນວາ 2019 ຕາມດໍາລັບ, ເພື່ອຜ່ານບົດສັງເກດຕີລາຄາສະພາບແວດລ້ອມພາກພື້ນ ແລະ ສາກົນ, ການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສປປ ລາວ ໃນໄລຍະ 3 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າ ແລະ ອື່ນໆ. 

ທ່ານ ສະເຫຼີມໄຊ ໄດ້ກ່າວຢູ່ກອງປະຊຸມໂດຍມີບາງຕອນທີ່ສຳຄັນວ່າ: ກອງປະຊຸມຄັ້ງນີ້ເປັນໂອກາດອັນດີທີ່ບັນດາຜູ້ແທນກອງປະຊຸມຈະໄດ້ພ້ອມກັນສັງເກດຕີລາຄາ, ວິເຄາະວິໄຈຢ່າງລະອຽດເລິກເຊິ່ງສະພາບແວດລ້ອມໃນພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບໂດຍກົງ ແລະ ໂດຍທາງອ້ອມຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງ ສປປ ລາວ; ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະທ້າຍຂອງການຈັດຕັ້ງຜັນຂະຫຍາຍມະຕິ X ຂອງພັກ ກໍ່ຄືການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ XIII ແຕ່ປີ 2017-2019; ແລະ ປຶກສາຫາລື ເພື່ອກໍານົດທິດທາງແຜນການ, ແຜນງານ ແລະ ໂຄງການຈຸດສຸມ ໃນການເຄື່ອນໄຫວວຽກງານການຕ່າງປະເທດ ໃນໄລຍະປີ 2020-2022, ແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດ ໃນທ່າມກາງສະພາບແວດລ້ອມພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ນຳມາຊຶ່ງຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ເພື່ອເປັນການສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດ ແລະ ສ້າງຜົນງານໃໝ່ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ. 

ທ່ານ ສະເຫຼີມໄຊ ໄດ້ກ່າວຕື່ມວ່າ: ໃນໄລຍະ 3 ປີຜ່ານມາ, ເຖິງວ່າ ສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນມີການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ຊຶ່ງໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ການພັດທະນາຂອງ ສປປ ລາວ ກໍ່ຕາມ, ຂະແໜງການຕ່າງປະເທດ ໂດຍຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ອັນສະເໝີຕົ້ນສະເໝີປາຍຂອງພັກ ສືບຕໍ່ຍາດໄດ້ຜົນສໍາເລັດທີ່ສໍາຄັນໃນຫຼາຍດ້ານຢ່າງເປັນຮູບປະທໍາ, ອັນພົ້ນເດັ່ນແມ່ນສາມາດປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ຍາດແຍ່ງກໍາລັງແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ບົດບາດ ແລະ ຊື່ສຽງຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຢູ່ເວທີພາກພື້ນ ແລະ ສາກົນ. 

ຂ່າວ: ວຽງຈັນທາຍ

ພາບ: ຄຳພັນ

Related Articles

Leave a Reply