ກະຊວງປ້ອງກັນຄວາມສະຫງົບໄດ້ແຈ້ງໃຫ້ຮູ້ວ່າ: ສະເພາະປີນີ້ 2019 ໄດ້ກວດພົບຄົນລາວທີ່ຖືກສົ່ງກັບມາແຕ່ຕ່າງປະເທດ ຫຼາຍກວ່າ 4.000 ຄົນ, ໃນນີ້ມີຜູ້ຖືກເຄາະຮ້າຍຈາກຂະບວນການຄ້າມະນຸດຈໍານວນໜຶ່ງຈາກການຖືກຕົວະໄປແຕ່ງງານກັບຄົນຕ່າງປະເທດ ແລະ ຕົກເປັນເຫຍື່ອການຄ້າມະນຸດແບບບໍ່ຮູ້ຕົວ.
ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບໄດ້ກ່າວໃນບໍ່ດົນມານີ້ວ່າ: ສາວລາວໄດ້ມີການແຕ່ງງານກັບຄົນຕ່າງປະເທດມີທັງຖືກກົດໜາຍ ແລະ ບໍ່ຖືກກົດໜາຍ ຍັງພົບເຫັນເປັນຈຳນວນຫຼາຍ ໂດຍສະເພາະມີການແຕ່ງງານຢູ່ນອກປະເທດ ແລະ ຕາມຊາຍແດນ. ສະເພາະປີນີ້ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບເອກກະສານແຕ່ງງານລະຫວ່າງຄົນລາວ ກັບຕ່າງປະເທດ ແລະ ຄົນບໍ່ມີສັນຊາດຈຳນວນ ເກືອບ 2.000 ຄູ່, ໃນນີ້ແຕ່ງຢູ່ພາຍໃນປະເທດ 493 ຄູ່, ນອກປະເທດ 1.203 ຄູ່, ພົບເຫັນມີການແຕ່ງງານທີ່ບໍ່ຖືກຕ້ອງຢູ່ພາຍໃນ ແລະ ຕ່າງປະເທດ ຈຳນວນ 101 ຄູ່ ແລະ ການແຕ່ງງານບໍ່ຖືກຕ້ອງຕາມຊາຍແດນ ຫຼາຍກວ່າ 1.700 ຄູ່.
ທ່ານ ວິໄລ ໄດ້ກ່າວຕື່ມວ່າ: ນອກຈາກໄດ້ອອກໃບອະນຸຍາດແຕ່ງງານແລ້ວ, ທາງກະຊວງຍັງໄດ້ຮັບເອກກະສານຂໍອະນຸຍາດດຳລົງຊີວິດຖາວອນຂອງຄົນຕ່າງປະເທດທີ່ຕ້ອງການຢູ່ປະເທດລາວຈຳນວນ 95 ຊຸດ ແລະ ໄດ້ອະນຸມັດແລ້ວ 92 ຊຸດ ໂດຍມີ 13 ສັນຊາດ.
ຂ່າວ- ພາບ : ສົມພາວັນ