ອົງການພັດທະນາສາກົນ ສະຫະລັດອາເມລິກາ (USAID) ໄດ້ມອບເຄື່ອງກວດເລືອດເພື່ອບົ່ງມະຕິໄຂ້ມາເລເລຍແບບໄວຈຳນວນ 100.000 ຊຸດ ໃຫ້ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ເພື່ອແຈກຢາຍໃຫ້ບັນດາໂຮງໝໍ ແລະ ສຸກສາລາໃນທົ່ວປະເທດ ໂດຍສະເພາະເຂດທີ່ມີການລະບາດສູງຂອງໄຂ້ມາເລເລຍ.
ພິທີມອບຮັບເຄື່ອງດັ່ງກ່າວໄດ້ຈັດຂຶ້ນໃນບໍ່ດົນມານີ້ ຢູ່ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້ ຮັບໂດຍ ທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ມອບໂດຍ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາລາວ ຕ່າງໜ້າໃຫ້ ອົງການພັດທະນາສາກົນ ສະຫະລັດອາເມລິກາ.
10 ປີຜ່ານມາຄົນເຈັບ ໄຂ້ມາເລເລຍໄດ້ຫຼຸດລົງຕາມລຳດັບ ຍ້ອນລັດຖະບານ ກໍ່ຄືກະຊວງສາທາລະນະສຸກໄດ້ເຮັດວຽກຢ່າງຕັ້ງໜ້າ ໃນການລົບລ້າງພະຍາດດັ່ງກ່າວ ຊຶ່ງເຮັດໃຫ້ກໍລະນີຜູ້ຕິດເຊື້ອຫຼຸດລົງ 50.000 ກໍລະນີ ຈາກປີ 2014 ຍັງເຫຼືອ 5.120 ກໍລະນີ ໃນ 9 ເດືອນຕົ້ນປີ 2019 ຊຶ່ງສ່ວນຫຼາຍແມ່ນເກີດຢູ່ 5 ແຂວງພາກໃຕ້.
ຂ່າວ: ສົມພາວັນ
ພາບ: ເພັດໂພໄຊ