Vientiane Times Lao
ປະຊາຊົນຈຳນວນຫຼາຍຍັງບໍ່ເຫັນດີກັບໂຄງການ ເຂື່ອນນໍ້ຳໂມ 2 ແລະ ສ້າງເມືອງອຳມະຕະ

ປະຊາຊົນຈຳນວນຫຼາຍຍັງບໍ່ເຫັນດີກັບໂຄງການ ເຂື່ອນນໍ້ຳໂມ 2 ແລະ ສ້າງເມືອງອຳມະຕະ

ສະມາຊິກສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະ ບານ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ເອົາໃຈ ໃສ່ຕື່ມກ່ຽວກັບບັນດາໂຄງການຕ່າງໆທີ່ປະຊາ ຊົນບໍ່ເຫັນດີ ຍ້ອນໄດ້ສົ່ງຜົນກະທົບໂດຍກົງຕໍ່ ພວກ ເຂົາເຈົ້າ ແລະ ຢາກໃຫ້ສຳຫຼວດລະອຽດ ກ່ຽວກັບໂຄງການກໍ່ສ້າງຕ່າງໆ ແລະ ໂຄງການ ຂຸດຄົ້ນບໍ່ແຮ່ທີ່ອະນຸຍາດແລ້ວ ແລະ ບໍ່ທັນອະ ນຸຍາດ. 

ທ່ານນາງ ຄຳຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຕ່າງໜ້າສູນກາງ ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາ ຊົນຂັ້ນສູນກາງໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ໃນບໍ່ດົນມານີ້ກ່ຽວກັບວຽກງານ ກວດສອບຕ່າງໆວ່າ ເຖິງແມ່ນວ່າກະຊວງພະ ລັງງານ ແລະ ບໍ່ແຮ່ໄດ້ອອກແຈ້ງການໃນປີ 2018 ວ່າດ້ວຍການໂຈະຊົ່ວຄາວຕໍ່ການອະນຸມັດໂຄງ ການກໍ່ສ້າງເຂື່ອນໄຟຟ້າຂະໜາດນ້ອຍທີ່ຕໍ່າກວ່າ 15 ເມກາວັດລົງມາ ຖືວ່າເປັນເລື່ອງທີ່ດີ ແຕ່ຂໍໃຫ້ ເອົາໃຈໃສ່ຕື່ມຕໍ່ຄວາມຮັບຜິດຊອບຂອງພະນັກ ງານວິຊາການທີ່ເຮັດໜ້າທີ່ກວດກາທາງດ້ານເຕັກນິກ ຄຸນນະພາບ ແລະ ອື່ນໆຕໍ່ໂຄງການທີ່ສຳເລັດ ການກໍ່ສ້າງແລ້ວ ແລະ ໂຄງການທີ່ດຳເນີນການ ກໍ່ສ້າງ. ນອກນັ້ນຍັງຢາກໃຫ້ເອົາໃຈໃສ່ຕື່ມກ່ຽວ ກັບການກວດສອບໂຄງການຂຸດຄົ້ນບໍ່ແຮ່.

ທ່ານນາງ ຄຳຈັນ ໄດ້ສະເໜີຕື່ມວ່າ ໂຄງການ ທີ່ປະຊາຊົນບໍ່ເຫັນດີ ເຊັ່ນ: ໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າໂມ 2 ຢູ່ ແຂວງຊຽງຂວາງ ແລະ ໂຄງການກໍ່ສ້າງເມືອງອຳມະຕະ ຢູ່ແຂວງອຸດົມໄຊ ດ້ວຍຫຼາຍເຫດຜົນສະນັ້ນຈຶ່ງຢາກໃຫ້ທາງລັດຖະບານ ຫຼື ພາກສ່ວນທີ່ກ່ຽວຂ້ອງ ມີການຊີ້ແຈງຢ່າງ ຊັດເຈນໃຫ້ປະຊາຊົນເຂົ້າຈຕໍ່ຄວາມໜາຍຂອງ ໂຄງການດັ່ງກ່າວ. ສະເພາະແຜນພັດທະນາພື້ນຖານໂຄງລ່າງໃນທົ່ວປະເທດຢາກສະເໜີໃຫ້ມີການປະສານສົມທົບ ກັນຢ່າງລະອຽດລະຫວ່າງຂະແໜງການ ຢູ່ສູນ ກາງ ແລະ ທ້ອງຖິ່ນ ເພາະບໍ່ຢາກໃຫ້ກະທົບຕໍ່ ການຍົກຍ້າຍປະຊາຊົນໃນຫຼາຍຄັ້ງເພາະທີ່ຜ່ານ ມາ ມີບາງບ້ານ ແລະ ບາງຄອບຄົວໄດ້ ໄດ້ຍົກ ຍ້າຍຫຼາຍຄັ່້ງຈາກ 3 ໂຄງການຄື: ໂຄງການກໍ່ສ້າງ ທາງລົດໄຟລາວ-ຈີນ, ທາງດ່ວນ ແລະ ໂຄງການ ກໍ່ສ້າງເຄືອຂ່າຍໄຟຟ້າແຮງສູງ.

ຂ່າວ : ສົມພາວັນ

Related Articles

Leave a Reply