ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານ ຫວ່າງບໍ່ດົນມານີ້ວ່າ ປະຈຸບັນກຳລັງມີການກໍ່ສ້າງ ລະບົບສາຍສົ່ງຈາກຈຸດເຊື່ອມຕໍ່ ເຂື່ອນໄຟຟ້າ ດອນສະໂຮງ ຫາຊາຍແດນກຳປູເຈຍ ຄາດວ່າ ຈະສຳເລັດໃນທ້າຍເດືອນທັນວານີ້ ແລະ ຈະເລີ່ມສົ່ງກະແສໄຟຟ້າ ໄປກຳປູເຈຍ ໃນເບື້ອງຕົ້ນ ແມ່ນ 195 ແມັກກາວັດ.
ກະຊວງດັ່ງກ່າວຍັງມີແຜນການ ຈະຂະຫຍາຍ ຕະຫຼາດຈຳໜ່າຍກະແສໄຟຟ້າ, ໂດຍໄດ້ວາງ ມາດຕະການ ແລະ ວິທີການແກ້ໄຂການກໍ່ສ້າງ ລະບົບສາຍສົ່ງກະແສໄຟຟ້າແຮງສູງໃຫ້ດີຂຶ້ນກວ່າເກົ່າ ເພື່ອຮັບປະກັນການສົ່ງກະແສໄຟຟ້າອອກ ໄປຂາຍຕ່າງປະເທດ ໃຫ້ນັບມື້ນັບມີການພັດທະ ນາ ທາງດ້ານປະລິມານ ແລະ ຄຸນລະພາບ.
ທ່ານ ປອ. ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ໄດ້ຊີ້ແຈງ ຕໍ່ຄຳຊັກຖາມ ຂອງສະມະຊິກສະພາແຫ່ງຊາດ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ວ່າ: ກະຊວງພະລັງງານ ແລະ ບໍ່ແຮ່ ຈະຕັ້ງໜ້າ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພາຍໃນ ແລະ ຕ່າງປະເທດ ເພື່ອປຶກສາຫາລື ກ່ຽວກັບວຽກງານວິຊາສະເພາະຮ່ວມກັນ ໂດຍສະເພາະ ການເຈລະຈາຊື້ຂາຍໄຟຟ້າ ກັບປະເທດໃກ້ຄຽງ ເປັນຕົ້ນ ຫວຽດນາມ, ໄທ, ກຳປູເຈຍ, ມຽນມ້າ, ຈີນ ແລະ ມາເລເຊຍ ໃຫ້ຫຼາຍຂຶ້ນກວ່າເກົ່າ ພ້ອມທັງເອົາໃຈໃສ່ ຊຸກຍູ້ໂຄງການສາຍສົ່ງກະແສໄຟຟ້າ ໃຫ້ໄດ້ຮັບການປະຕິບັດໃນຮູບແບບຕ່າງໆ. ການຂະຫຍາຍຕະຫຼາດຈຳໜ່າຍກະແສໄຟຟ້າ ແມ່ນສຸມໃສ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດຈຳນວນໜຶ່ງ ເຊິ່ງຕະຫຼາດພາຍໃນກວມເອົາທຸກໆພາກໃນທົ່ວປະເທດ ໂດຍສະເພາະພາກເໜືອ ມີ 850 ແມັກກາວັດ, ພາກກາງ 500 ແມັກກາວັດ ແລະ ພາກໃຕ້ 250 ແມັກກາວັດ.
ທ່ານ ຄຳມະນີ ຍັງໄດ້ບອກໃຫ້ຮູ້ຕື່ມອີກ ສໍາລັບການກໍ່ສ້າງລະບົບສົ່ງກະແສໄຟຟ້າ ໄລຍະຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ໂຄງການກໍ່ສ້າງ ລະບົບສາຍສົ່ງກະແສໄຟຟ້ານັ້ນໄດ້ຮັບການປະຕິບັດຢ່າງຖືກຕ້ອງ ແລະ ໄປຕາມແຜນການ ທີ່ໄດ້ວາງໄວ້.
ຂ່າວ: ບົວຜັນ
ພາບ: ວຽງຈັນທາຍ