ກະຊວງການເງິນ ແລະ ທະນາຄານໂລກ ໄດ້ມີການລົງນາມ ໃນສັນຍາການສະໜອງທຶນກູ້ຢືມເພີ່ມ ໃນມື້ວານນີ້ ວັນທີ 16 ທັນວາ 2019 ຈໍານວນ 22.5 ລ້ານໂດລາສະຫະລັດ ໃສ່ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ພາວະເຕ້ຍເກີນມາດຕະຖານຂອງເດັກ ໃນ 12 ເມືອງບຸລິມະສິດ ຢູ່ 4 ແຂວງພາກເໜືອຄື: ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ ເຊິ່ງມີຈຳນວນເດັກນ້ອຍທີ່ຢູ່ໃນພາວະເຕ້ຍເກີນມາດຕະຖານ ແລະ ຄວາມທຸກຍາກສູງ.
ການລົງນາມດັ່ງກ່າວ ແມ່ນ ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີ ກະຊວງການເງິນ ຕາງໜ້າໃຫ້ລັດຖະບານລາວ ແລະ ທ່ານ ນີໂກລາ ປອນຕາຣາ, ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ.
ການສະໜອງທຶນດັ່ງກ່າວ ແມ່ນ ໄດ້ຮັບການອະນຸມັດ ຈາກສະພາບໍລິຫານ ຂອງທະນາຄານໂລກ ໃນວັນທີ 2 ທັນວາ ທີ່ຜ່ານມາ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດດ້ານໂພສະນາການແຫ່ງຊາດ ຂອງ ລັດຖະບານ ແຫ່ງ ສປປ ລາວ ຊຶ່ງຈະສຸມໃສ່ ພື້ນຖານໂຄງລ່າງ, ການຊ່ວຍເຫຼືອດ້ານໂພສະນາການໃຫ້ແກ່ ແມ່ຍິງຖືພາ ແລະ ເດັກອ່ອນ, ລວມໄປເຖິງກິດຈະກໍາການສ້າງລາຍຮັບຕ່າງໆ ໃຫ້ແກ່ກຸ່ມຜະລິດສະບຽງອາຫານ ຂອງ ທລຍ ແລະ ມີແຜນທີ່ຈະຂະຫຍາຍການຈັດຕັ້ງປະຕິບັດກິດຈະກໍາເຫຼົ່ານີ້ ໃນຕົ້ນປີ 2020.
ທ່ານ ບຸນໂຈມ ກ່າວວ່າ: ເງິນກູ້ດັ່ງກ່າວ ຈາກທະນາຄານໂລກ ແມ່ນສອດຄ່ອງກັບຄວາມພະຍາຍາມ ຂອງລັດຖະບານລາວ ໃນການລຶບລ້າງຄວາມທຸກຍາກ, ການຫຼຸດພົ້ນຈາກສະຖານະພາບການເປັນປະເທດດ້ອຍພັດທະນາ, ການຫຼຸດຜ່ອນພາວະເຕ້ຍເກີນມາດຕະຖານຂອງເດັກ ໃນບາງເມືອງທີ່ທຸກຍາກທີ່ສຸດ ຂອງປະເທດ. ການສະໜັບສະໜູນ ຂອງທະນາຄານໂລກ ຈະຊ່ວຍໃຫ້ພວກກ່ຽວໄດ້ຮັບຜົນປະໂຫຍດຢ່າງແທ້ຈິງໂດຍການສົ່ງເສີ່ມພື້ນຖານໂຄງລ່າງຂະໜາດນ້ອຍໃຫ້ມີຜະລິດຕະພັນ ແລະ ການບໍລິໂພກ ສານອາຫານທີ່ຫຼາກຫຼາຍແລະເປັນປະໂຫຍດສະເພາະພວກເຂົາເຈົ້າ.
ບັນຫາຄວາມທຸກຍາກ ຢູ່ ສປປ ລາວ ແມ່ນຫຼຸດລົງ ຈາກ 45% ມາເປັນ 23% ໃນປີ 1992 ຫາ 2013 ແລະ ຄາດວ່າຈະຫຼຸດລົງຕື່ມອີກ ເປັນ 18% ໃນປີ 2019 ນີ້. ແຕ່ລະດັບຄວາມທຸກຍາກ ຍັງຖືວ່າສູງຢູ່, ໂດຍສະເພາະ ໃນເຂດຫ່າງໄກສອກຫລີກ ແລະ ໃນກຸ່ມຊົນເຜົ່າຕ່າງໆ. ອີງຕາມຂໍ້ມູນຂອງທະນາຄານໂລກພົບວ່າ ພາວະເຕ້ຍເກີນມາດຕະຖານ ຍັງສືບຕໍ່ຢູ່ໃນລະດັບທີ່ສູງຫຼາຍ ຄື: ປະມານ 19 ເປີເຊັນ ຂອງພົນລະເມືອງລາວແມ່ນຍັງຂາດສານອາຫານ ແລະ 33% ຂອງເດັກນອ້ຍທີ່ມີອາຍຸຕ່ຳກວ່າ 5 ປີ ແມ່ນ ຢູ່ໃນພາວະເຕ້ຍເກີນມາດຕະຖານ.
ທ່ານ ນີໂກລາ ໄດ້ກ່າວວ່າ: ການຫຼຸດຜ່ອນການຂາດສານອາຫານ ເປັນກຸນແຈອັນສຳຄັນໃນການເພີ່ມຕົ້ນທຶນທາງຊັບພະຍາກອນມະນຸດ ແລະ ການຮັບປະກັນວ່າ ໄວຫນຸ່ມຈະມີຄຸນນະພາບຊີວິດທີ່ດີ ແລະ ຄວາມເພິ່ງພໍໃຈໃນຊີວິດ. ພວກເຮົາຍິນດີ ທີ່ຈະສະໜອງທຶນເພີ່ມໃສ່ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ຍິນດີທີ່ໄດ້ເຫັນໝາກຜົນໄລຍະຕົ້ນ ຂອງການລົງທຶນດັ່ງກ່າວຄື: ເດັກນ້ອຍໄດ້ຮັບສານອາຫານເພີ່ມຂື້ນ, ສຸກຂະພາບດີຂຶ້ນ, ຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ສ້າງຂີດຄວາມສາມາດ ຂອງຄອບຄົວຜູ້ໄດ້ຮັບຜົນປະໂຫຍດ ໃນການວາງແຜນ, ກໍ່ສ້າງ ແລະ ບໍາລຸງຮັກສາ ພື້ນຖານໂຄງລ່າງ.
ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 2002, ແມ່ນໂຄງການພັດທະນາທີ່ໃຫ່ຍທີ່ສຸດ ຊຶ່ງຂັບເຄື່ອນໂດຍຊຸມຊົນ ແລະ ລວມເອົາຫຼາຍຂະແໜງການ ຢູ່ ສປປ ລາວ. ໃນຕອນຕົ້ນ ກອງທຶນດັ່ງກ່າວ ແມ່ນສຸມໃສ່ ການກໍ່ສ້າງ ແລະປັບປຸງໂຄງລ່າງຂະໜາດນອ້ຍ ຂອງຊຸມຊົນ ແລະການສ້າງຂີດຄວາມສາມາດ ສໍາລັບການວາງແຜນ ແລະຈັດຕັ້ງປະຕິບັດໂຄງການ. ວ່າງບໍ່ດົນມານີ້, ທລຍ ໄດ້ກາຍເປັນສ່ວນໜຶ່ງ ຂອງຍຸດທະສາດດ້ານໂພສະນາການຂອງລັດຖະບານ, ແລະ ໄດ້ຫັນຈຸດສຸມເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນພາວະເຕ້ຍເກີນມາດຕະຖານຂອງເດັກ. ປະຊາຊົນ ຈໍານວນ 1.2 ລ້ານ ຄົນ ໄດ້ຮັບຜົນປະໂຫຍດໂດຍກົງ ຈາກ ທລຍ ຕະຫລອດໄລຍະ 15 ປີ ຜ່ານມານີ້.
ຂ່າວ: ວຽງຈັນທາຍ
ແຫຼ່ງຂ່າວ ແລະ ພາບ: ທະນາຄານໂລກ