ADB ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ 70 ຕື້​ໂດ​ລາ ​ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່​ຂອງ​ພາກ​ພື້ນ​ອາ​ຊີ​-ປາ​ຊີ​ຟິກ

 ADB ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ 70 ຕື້​ໂດ​ລາ ​ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່​ຂອງ​ພາກ​ພື້ນ​ອາ​ຊີ​-ປາ​ຊີ​ຟິກ

ວັນ​ທີ 3 ພຶດ​ສະ​ພາ ຜ່ານມາ​ນີ້, ທະ​ນາ​ຄານ​ພັດ​ທະ​ນາອ​າ​ຊີ ຫຼື ADB ເປີດ​ເຜີຍ​ວ່າ: ເມື່ອ​ຮອດ​ປີ 2035, ADB ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ 70 ຕື້​ໂດ​ລາ ​ແກ່ 2 ຂໍ້​ລິ​ເລີ່ມ​ໃໝ່​ ຄື: “ຂໍ້​ລິ​ເລີ່ມ​ຕາ​ຂ່າຍ​ໄຟ​ຟ້າ​ທົ່ວ​ອາ​ຊີ” ແລະ “ທາງ​ດ່ວນ​ດີ​ຈີ​ຕອນ​ພາກ​ພື້ນ​ອາ​ຊີ​-ປາ​ຊີ​ຟິກ”.

ເຈົ້າ​ໜ້າ​ທີ່ ADB ກ່າວ​ວ່າ: ການ​ເຊື່ອ​ມ​ໂຍງ​ເຊື່ອມ​ຈອດ​ຂ້າມ​ຊາຍ​ແດນ​ຂອງ​ຕາ​ຂ່າຍ​ໄຟ​ຟ້າ ແລະ ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຈະ​ຊ່ວຍ​ຫຼຸດ​ຕົ້ນ​ທຶນ​ໃຫ້​ຕ່ຳ​ລົງ ແລະ ສ້າງ​ໂອ​ກາດຫຼາຍກວ່າ​ເກົ່າ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ຮ້ອຍ​ລ້ານ​ຄົນໄດ້​ຊົມ​ໃຊ້​ພະ​ລັງ​ໄຟ​ຟ້າ​ ແລະ ການ​ບໍ​ລິ​ການ​ດີ​ຈີ​ຕອນ​ທີ່​ໄວ້​ວາງ​ໃຈ​ໄດ້. ໃນ​ນັ້ນ, ຂໍ້​ລິ​ເລີ່ມ​ຕາ​ຂ່າຍ​ໄຟ​ຟ້າ​ທົ່ວ​ອາ​ຊີ​ຈະ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ລະ​ບົບ​ພະ​ລັງ​ໄຟ​ຟ້າ​ລະ​ຫວ່າງ​ປະ​ເທດ ແລະ ອະ​ນຸ​ພາກ​ພື້ນ ເພື່ອ​ຊຸກ​ຍູ້​ການ​ໄຫຼວຽນ​ຂ້າມ​ຊາຍ​ແດນ​ຂອງ​ພະ​ລັງ​ງານ​ໝູນ​ວຽນ.

ຂະນະທີ່ທາງ​ດ່ວນ​ດີ​ຈີ​ຕອນ​ອາ​ຊີ-ປາ​ຊີ​ຟິກ​ ຈະ​ຊ່ວຍ​ໃຫ້ຫຼຸດ​ຄວາມ​ແຕກໂຕນ​ກັນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ດີ​ຈີ​ຕອນ​ໃຫ້​ໜ້ອຍ​ລົງ ເພື່ອ​ເຮັດ​ໃຫ້​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ເຕີບ​ໂຕ​ທີ່​ຂັບ​ເຄື່ອນ​ໂດຍ​ປັນ​ຍາ​ປະ​ດິດ.

ຂ່າວ: CMG FM93

Related Articles

Leave a Reply