ການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031

ການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດຊາວໜຸ່ມ-ເຍົາວະຊົນ ໄລຍະ 2026-2031.

ການຮ່ວມມືໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງກົນໄກປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ໂດຍຫັນໄປສູ່ຄວາມທັນສະໄໝ ເພື່ອໃຫ້ສາມາດເຊື່ອມໂຍງຂໍ້ມູນຕ່າງໆ ພາຍໃນອົງການຈັດຕັ້ງຊາວໜຸ່ມທົ່ວປະເທດ ຢ່າງວ່ອງໄວ. ນອກນີ້ ຍັງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ທີ່ສຸມໃສ່ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້ຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ປັນຍາປະດິດ (AI) ໃນຍຸກດິຈິຕອນ.

ຂອບເຂດ ແລະ ຮູບແບບການຈັດຕັ້ງປະຕິບັດ ໃນໄລຍະ 2026-2031, ທັງສອງຝ່າຍ ຈະສຸມໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃນຫຼາຍດ້ານ: ການຫັນເປັນດິຈິຕອນ: ປັບປຸງວຽກງານຄຸ້ມຄອງ-ບໍລິຫານຫ້ອງການຂອງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ມີຄວາມທັນສະໄໝ. ການສ້າງສູນບົ່ມເພາະ: ຊຸກຍູ້ການສ້າງສູນບົ່ມເພາະນັກທຸລະກິດໜຸ່ມ (Digital Startup) ເພື່ອເປັນບ່ອນສ້າງນະວັດຕະກຳ ແລະ ໃຫ້ຄຳປຶກສາດ້ານທຸລະກິດເຕັກໂນໂລຊີ. ການພັດທະນາບຸກຄະລາກອນ: ຍົກລະດັບຄວາມຮູ້ດ້ານໄອທີໃຫ້ແກ່ພະນັກງານ-ລັດຖະກອນ ຜ່ານການຝຶກອົບຮົມ ແລະ ສຳມະນາ.  ການສ້າງຖານຂໍ້ມູນ: ພັດທະນາລະບົບຖານຂໍ້ມູນຊາວໜຸ່ມ-ເຍົາວະຊົນ ແບບດິຈິຕອນໃນຂອບເຂດທົ່ວປະເທດ. ການໂຄສະນາອົບຮົມ: ນຳໃຊ້ເຄື່ອງມືດິຈິຕອນເຂົ້າໃນການເຜີຍແຜ່ນະໂຍບາຍ, ກົດໝາຍ ແລະ ຂໍ້ມູນຂ່າວສານຕ່າງໆ ຂອງອົງການຈັດຕັ້ງລັດ.

ສໍາລັບ ພິທີລົງນາມການຮ່ວມມືໃນຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 5 ພຶດສະພາ 2026 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ປອ. ສັນຕິສຸກ ສີມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

Related Articles

Leave a Reply