ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນປະ ທານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ເນັ້ນໃນກອງປະຊຸມ ຄະນະກໍາມະການ ຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ IV ປະຈໍາປີ 2019 ວ່າ ໃຫ້ສືບຕໍ່ເອົາໃຈໃສ່ພັດທະນາ ຕະຫຼາດທຶນລາວໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະ ມີມາດຕະຖານ ສາກົນເທື່ອລະກ້າວ.
ທ່ານ ຍັງໄດ້ມອບໃຫ້ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ – ຜູ້ປະຈໍາການ ຄຄຊ ເປັນຜູ້ຊີ້ນໍາໂດຍກົງ ແລະ ໃຫ້ສໍານັກງານ ຄຄຊ ທີ່ເປັນກົງຈັກຊ່ວຍວຽກຂອງ ຄຄຊ ໃນການພັດທະນາຕະຫຼາດທຶນ ຈົ່ງຮີບຮ້ອນປະສານສົມທົບກັບຂະແໜງ ການຕ່າງໆເຊີດຊູຄວາມຮັບຜິດຊອບສູງ ແລະ ສຸມທຸກສະຕິປັນຍາເຂົ້າໃນການຈັດຕັ້ງ ປະຕິບັດຜົນຂອງກອງປະຊຸມໃນຄັ້ງນີ້ໃຫ້ ແທດເໝາະກັບສະພາບຄວາມເປັນຈິງ ແລະ ມີປະສິດທິພາບສູງ ບົນພື້ນຖານເພື່ອຜົນ ປະໂຫຍດລວມຂອງຊາດ.
ກອງປະຊຸມດັ່ງກ່າວ ໄດ້ສໍາເລັດໃນມື້ວັນທີ 24 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຮອງນາ ຍົກລັດຖະມົນຕີ ແລະ ກໍ່ມີການເຂົ້າຮ່ວມ ຂອງຮອງປະທານ – ບັນດາຄະນະກໍາມະ ການຄຸ້ມຄອງຫຼັກຊັບ ແລະ ພາກສ່ວນກ່ຽວ ຂ້ອງ.
ກອງປະຊຸມ ໄດ້ເປີດຂຶ້ນໃນທ່າມກາງຜົນສຳ ເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ເປັນການຈັດຕັ້ງປະຕິບັດແຜນການເງິນ-ເງິນຕາ ໄລຍະທ້າຍຂອງປີ 2019; ພ້ອມນີ້, ໄດ້ຕິດພັນກັບວຽກງານການທະນາຄານທີ່ ກໍາລັງຂຸ້ນຂ້ຽວແກ້ໄຂບັນຫາທາງດ້ານເງິນຕາ – ການເງິນ ເພື່ອເຮັດໃຫ້ຄ່າຂອງສະກຸນເງິນ ກີບ ມີການປັບຕົວທີ່ດີຂຶ້ນ; ສໍາລັບຂົງເຂດ ວຽກງານຕະຫຼາດທຶນ ກໍ່ສຸມໃສ່ປະຕິບັດ ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍດ້ວຍ ຄວາມຮັບຜິດຊອບສູງ ແຕ່ເນື່ອງຈາກວ່າ ມີຫຼາຍເງື່ອນໄຂບໍ່ທັນເອື້ອອຳນວຍແທ້ ຈຶ່ງເຮັດໃຫ້ບາງວຽກງານ ຍັງບໍ່ສາມາດປະຕິ ບັດໄດ້ດີເທົ່າທີ່ຄວນ ໂດຍສະເພາະຜົນການ ດຳເນີນງານຂອງບາງບໍລິສັດຍັງເຮັດບໍ່ທັນ ໄດ້ດີ; ການເປີດເຜີຍຂໍ້ມູນຂອງບາງບໍລິສັດ ຈົດທະບຽນ ຍັງຊັກຊ້າ ສົ່ງຜົນໃຫ້ພາບລວມ ການຊື້-ຂາຍ ແລະ ລາຄາຮຸ້ນໃນຕະຫຼາດ ຫຼັກຊັບລາວ ບໍ່ບັນລຸຜົນຕາມແຜນ.
ກອງປະຊຸມ ຍັງໄດ້ຮັບຟັງ ແລະ ປຶກສາຫາລື ບາງໜ້າວຽກທີ່ສຳຄັນ ໂດຍສະເພາະໄດ້ລາຍ ງານຜົນການຈັດຕັ້ງປະຕິບັດມະ ຕິກອງປະ ຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ ຄັ້ງທີ III ປີ 2019 ຜ່ານມາ ທີ່ໄດ້ມີການເຄື່ອນໄຫວ ວຽກງານຄຸ້ມຄອງຫຼັກຊັບຢ່າງຕັ້ງໜ້າໃນນີ້ມີອັນພົ້ນເດັ່ນຫຼາຍດ້ານ ເປັນຕົ້ນ ໄດ້ສຳເລັດ ການຮັບຮອງນິຕິກຳລຸ່ມກົດໝາຍ 2 ສະບັບ, ໄດ້ອະນຸຍາດທາງດ້ານຫຼັກການ ໃຫ້ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຄົ້ນຄວ້າກ່ຽວ ກັບອອກໃບສະແດງສິດໃນການຝາກຫຼັກຊັບຕ່າງປະເທດ (DR) ຢູ່ຕະຫຼາດຫຼັກຊັບຕ່າງ ປະເທດ; ລາຍງານຄວາມຄືບໜ້າໃນການປັບ ປຸງສັນຍາສໍາປະທານ ແລະ ສັນຍາຮ່ວມທຶນ ຂອງບໍລິສັດ 1 ແຫ່ງ; ລາຍງານກ່ຽວກັບບັນ ຫາ ແລະ ສະເໜີວິທີແກ້ໄຂດ້ານການເງິນ ຂອງບໍລິສັດຈົດທະບຽນ 1 ແຫ່ງ; ໂຈະການ ຊື້ – ຂາຍຮຸ້ນຂອງບໍລິສັດ 1 ແຫ່ງໃນຕະຫຼາດ ຫຼັກຊັບລາວ; ລາຍງານຄວາມຄືບໜ້າໃນການ ສະໜັບສະໜູນການຂ້າມຜ່ານສູ່ມາດຕະ ຖານສາກົນດ້ານການລາຍງານການເງິນ (IFRS) ສຳລັບຂະແໜງການຫຼັກຊັບ; ລາຍງານສະພາບການເຄື່ອນໄຫວຂອງຕະ ຫຼາດຫຼັກຊັບລາວ; ພ້ອມດຽວກັນນີ້, ບັນດາ ຜູ້ທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ຄົ້ນຄວ້າ ແລະ ປະກອບຄໍາເຫັນຫຼາຍພໍສົມຄວນ ເພື່ອເຮັດໃຫ້ແຜນດໍາເນີນງານໃນຕໍ່ໜ້າ ໄດ້ຮັບຜົນສໍາເລັດດີຂຶ້ນກວ່າເກົ່າ.
ຂ່າວ: ຣັດສະໝີ ດວງສັດຈະ
ພາບ: ສົມພິດ ທໍາມະວົງ