Vientiane Times Lao
ນັກທຸລະກິດຈີນແນະນຳລາວໃຫ້ຫາເຄື່ອງ ຝາກໃຫ້ນັກທ່ອງທ່ຽວຈີນຖືກັບເມືອບ້ານ

ນັກທຸລະກິດຈີນແນະນຳລາວໃຫ້ຫາເຄື່ອງ ຝາກໃຫ້ນັກທ່ອງທ່ຽວຈີນຖືກັບເມືອບ້ານ

ນັກທຸລະກິດທ່ອງທ່ຽວຈີນແນະນຳໃຫ້ຜູ້ປະກອບການ ແລະ ນັກທຸລະກິດທ່ອງທ່ຽວຢູ່ລາວ ໃຫ້ສົ່ງເສີ່ມຜະລິດຕະພັນພາຍໃນຕື່ມເພື່ອສ້າງ ລາຍຮັບຈາກນັກທ່ອງທ່ຽວຈີນທີ່ຍັງສືບຕໍ່ລັ່ງໄຫຼ ເຂົ້າມາທ່ຽວປະເທດລາວ.

ບໍລິສັດຈຳໜ່າຍປີ້ຍົນ, ລົດໄຟ ແລະ ບໍລິການໂຮງແຮມ ແລະ ທ່ອງທ່ຽວ ລາຍໃຫຍ່ຂອງຈີນໄດ້ກ່າວ ໃນໄລຍະພົບປະການນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມື່ອບໍ່ດົນມານີ້ວ່າ  ນັກທ່ອງທ່ຽວຈີນກຳລັງລັ່ງໄຫຼກັນມາທ່ຽວລາວ ຢ່າງເນື່ອງນິດລຽນຕິດ ເຖິງແມ່ນວ່າປີທ່ອງທ່ຽວ ລາວ-ຈີນໄດ້ປິດລົງຢ່າງເປັນທາງການແລ້ວ ທີ່ປັກກິ່ງ ສປຈີນ ໃນອາທິດທີ່ຜ່ານມາ.

ນັກທ່ອງທ່ຽວດັ່ງກ່າວ ສ່ວນຫຼາຍເປັນຄົນທີ່ມີ ຖານະດີ ແລະ ມັກທີ່ຈະຊື້ເຄື່ອງຝາກໄປຕ້ອນ ພີ່ນ້ອງ ຫຼື ໝູ່ເພື່ອນຂອງພວກເຂົາເຈົ້າ ຕາມປະສົບການທີ່ເຫັນເວລາພວກເຂົາໄປທ່ຽວ ປະເທດອື່ນໆ. ດັ່ງນັ້ນ ຢາກໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຂອງລາວ ສະໜັບສະໜູນ ແລະ ສົ່ງເສີມຜະລິດຕະພັນ ພາຍໃນທີ່ດີໆມີຄຸນນະພາບ ເພື່ອສະໜອງໃຫ້ນັກທ່ອງທ່ຽວເຫຼົ່ານັ້ນ, ເຊື່ອແນ່ວ່າພວກເຂົາຈະຊື້ຕິດມືກັບເມື່ອບ້ານຢ່າງແນ່ນອນ, ທັງເປັນການ ສ້າງລາຍຮັບເພີ່ມຕື່ມໃຫ້ກັບປະເທດລາວ ກໍ່ຄືປະຊາຊົນຢູ່ທ້ອງຖິ່ນນັ້ນໆ. 

ນັບແຕ່ເດືອນມັງກອນປີ 2019 ຮອດປະຈຸບັນນີ້ ນັກທ່ອງທ່ຽວຈີນໄດ້ເຂົ້າມາທ່ຽວລາວແລ້ວ ຫຼາຍກວ່າ 7 ແສນຄົນ ແລະຍັງອີກ ສາມເດືອນ ທີ່ຍັງບໍ່ມັນໄດ້ສະຫຼຸບຕົວເລກນັກທ່ອງທ່ຽວແລະ ຄາດວ່າຈະໄດ້ 1 ລ້ານຄົນ ຕາມຄາດໝາຍທີ່ລັດ ຖະບານລາວຕັ້ງເປົ້າໝາຍໄວ້.

ປະຈຸບັນປະຊາກອນຈີນມີຖານະດີຂຶ້ນຢ່າງຕໍ່ ເນື່ອງແລະຕ້ອງການອອກໄປທ່ຽວຕ່າງປະເທດ ເປັນຕົ້ນ ລາວ, ໄທ ແລະ ຫວຽດນາມ ຍ້ອນຄວາມສະດວກສະບາຍ ໂດຍສະເພາະການຄົມມະນາຄົມທາງອາກາດ ມີຖ້ຽວບິນທີ່ບິນຈາກປະເທດຈີນໄປ ຫາ ບັນດາປະເທດໃນອານຸພາກພື້ນ.

ຂ່າວ: ຄຳພັນ

ພາບ: ສົມຊາຍ

Related Articles

Leave a Reply