ອຸມົງພູຜາງ່າມ ເຊິ່ງເປັນອຸມົງທີ່ຍາວທີ່ສຸດ ໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ແຂວງຫຼວງພະບາງໄດ້ສຳເລັດໃນການ ເຈາະຊອດໃນວັນສຸກທີ 27 ຜ່ານມາເຊິ່ງ ໄວກວ່າກຳນົດໄວ້ 7 ເດືອນ. ການເຈາະຊອດອຸມົງດັ່ງກ່າວນັບວ່າເປັນ ບາດກ້າວອັນສໍາຄັນໃຫ້ແກ່ການດຳເນີນ ໂຄງການເພື່ອໃຫ້ສໍາເລັດຕາມແຜນການທີ່ ວາງ ໄວ້ໃນທ້າຍປີ 2021.
ອຸມົງດັ່ງກ່າວມີຄວາມຍາວທັງໝົດ 9,384 ແມັດ ຕັ້ງຢູ່ໃນເຂດທີ່ບໍ່ມີປະຊາຊົນອາໄສຢູ່ ລະຫວ່າງແຂວງຫຼວງພະບາງ ແລະ ແຂວງ ວຽງຈັນ, ເຊິ່ງເປັນເຂດທີ່ມີປ່າໄມ້ດຶບດົງໜາ, ເປັນປ່າດົງດິບທຸລະກັນດານ ແລະ ມີຄວາມ ສະຫຼັບສັບຊ້ອນທາງດ້ານພູມີສາດ, ມີນ້ຳໃຕ້ ດິນອຸດົມສົມບູນ ເຊິ່ງເຮັດໃຫ້ການກໍ່ສ້າງ ແລະ ການຂົນສົ່ງມີຄວາມຍາກລຳບາກ.
ນັບແຕ່ເລີ່ມການກໍ່ສ້າງມາໃນ ເດືອນມີນາ ປີ 2017 ໜ່ວຍງານຂອງຜູ້ຮັບເໝົາກໍ່ສ້າງກໍ່ຄື ບໍລິສັດຊີໂນໄຮໂດຣກຸ່ມທີ 3 ຈຳກັດ ແລະ ບໍລິສັດຊີໂນໄຮໂດຣກຸ່ມທີ 14 ຈຳກັດ ຊື່ງຂຶ້ນກັບ ບໍລິສັດ power China ຈາກ ສປ ຈີນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການກໍ່ສ້າງ ໂດຍເພີ່ມທະວີການຄຸ້ມຄອງການກໍ່ສ້າງ, ນຳໃຊ້ອຸປະກອນ ແລະ ກຳມະວິທີການ ກໍ່ສ້າງທີ່ທັນສະໄໝ ຕາມຫຼັກວິຊາການຢ່າງ ເຂັ້ມງວດ ຈຶ່ງເຮັດໃຫ້ການເຈາະອຸມົງ ຍາວທີ່ສຸດຂອງທາງລົດໄຟລາວ-ຈີນ ແຫ່ງນີ້ປະສົບຜົນສຳເລັດເກີນຄາດໝາຍ ທີ່ໄດ້ວາງໄວ້.
ເຂົ້າຮ່ວມພິທີການເຈາະດັ່ງກ່າວ ມີເຈົ້າແຂວງ ແຂວງຫຼວງພະບາງ, ສະຖານກົງສຸນຈີນ ປະຈຳແຂວງຫຼວງພະບາງ, ອຳນວຍການ ບໍລິສັດທາງລົດໄຟລາວ – ຈີນ ຈຳກັດ ແລະ ບັນດາເຈົ້າໜ້າທີ່ ທີ່ກ່ຽວຂ້ອງທັງສອງຝ່າຍ.
ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ – ຈີນ ເປັນໂຄງການຍຸດທະສາດທີ່ສຳຄັນ ຂອງສອງ ຊາດລາວຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ພາກເໜືອຈາກຈຸດຊາຍແດນ ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ ລວມມີ ຄວາມຍາວ 414 ກິໂລແມັດ. ການກໍ່ສ້າງໂຄງການດັ່ງກ່າວໄດ້ນຳໃຊ້ມາດ ຕະຖານການຄຸ້ມຄອງ ແລະ ມາດຕະຖານ ເຕັກນິກຂອງຈີນ.
ຂ່າວ: ວຽງຈັນທາຍ
ພາບ: ຄຳພັນ