ກົມອາຫານ ແລະ ຢາໄດ້ຊີ້ໃຫ້ເຫັນວ່າ: ຢາປົວພະຍາດ ແລະ ຜະລິດຕະພັນ ເສີມຄວາມງາມຕ່າງໆ ທີ່ໂຄສະນາສັບພະຄຸນ ແລະ ຄຸນນະພາບເກີນຄວາມຈິງ ເມື່ອຊື້ມາໃຊ້ແລ້ວອາດຈະເສຍ ເງິນລ້າໆ ແລະ ອາດຈະສ່ຽງຕໍ່ຊີວິດ ຍ້ອນວ່າທຸກໆຜະລິດຕະພັນ ຖ້າບໍ່ໄດ້ ຮັບການຢັ້ງຢືນຈາກ ກົມອາຫານ ແລະ ຢາ ແມ່ນມີຄວາມສ່ຽງສູງ ແລະ ເປັນ ອັນຕະລາຍຕໍ່ສຸຂະພາບ.
ທ່ານ ດຣ. ບຸນຊູ ແກ້ວຫາວົງ ຮອງ ຫົວໜ້າກົມອາຫານ ແລະ ຢາ ກະຊວງ ສາທາລະນະສຸກ ໄດ້ກ່າວໃນບໍ່ດົນ ມານີ້ວ່າ: ສັງຄົມປັດຈຸບັນສາມາດ ສັງເກດເຫັນ ໄດ້ຢ່າງຊັດເຈນ ກ່ຽວ ກັບການໂຄສະນາສັບພະຄຸນ ແລະ ຄຸນນະພາບຂອງສິນຄ້າທີ່ເກີນຄວາມ ເປັນຈິງຢູ່ສື່ສັງຄົມອອນຕ່າງໆເຊັ່ນ: ຜະລິດຕະພັນດຽວສາມາດຮັກສາ ສຸຂະພາບໄດ້ດີແລະປີ່ນປົວພະຍາດໄດ້ ຫຼາຍໂລກ, ຮັບປະທານແລ້ວຈະບໍ່ມີ ພະຍາດ ແລະ ຜິວພັນກໍ່ດີເປັນຕົ້ນ. ໃນນາມກົມອາຫານ ແລະ ຢາ ຢາກຝາກເຕືອນມາຍັງຜູ້ຊື້ ແລະ ຜູ້ບໍລິໂພກວ່າ ຜະລິດຕະພັນຢາ ຊະນິດໃດໜຶ່ງຖ້າບໍ່ໄດ້ຜ່ານການ ກວດກາ ແລະ ບໍ່ໄດ້ຮັບອະນຸຍາດຈາກ ກົມອາຫານ ແລະ ຢາ ແມ່ນຜະລິດ ຕະພັນນັ້ນບໍ່ເປັນໜ້າເຊື່ອຖື ເພາະວ່າ ເວລານຳໄປບໍລິໂພກນອກຈາກ ຈະເຮັດໃຫ້ເສຍເງິນລ້າໆແລ້ວ ຮ້າຍແຮງໄປກວ່ານັ້ນສິນຄ້າບາງຢ່າງ ອາດສ່ຽງຮອດການເສຍຊີວິດ ໂດຍ ສະເພາະຜະລິດຕະພັນປະເພດອາຫານເສີມຕ່າງໆ.
ຂ່າວ: ສົມພາວັນ
ພາບ: ກົມອາຫານ ແລະ ຢາ