ພະແນກປ້ອງກັນສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງໄດ້ແຈ້ງໃຫ້ຮູ້ວ່າ: ໄຟໄໝ້ລົດຕູ້ ສະຕາແລັກ ສີປອນ ປ້າຍທະບຽນ ຂຕ 0207 ນະຄອນຫຼວງວຽງຈັນ ຢູ່ ເສັ້ນທາງເຈົ້າຟ້າງຸ່ມແຄມຂອງ ກົງກັນຂ້າມກັບໂຮງແຮມ ລ້ານຊ້າງ ແລະ ເດີ່ນຈອດລົດໃຫຍ່ຂອງສວນເຈົ້າ ອານຸວົງ ຕອນແລງຂອງມື້ວານນີ້ ວັນທີ 6 ມັງກອນ 2020 ເວລາປະມານ 19:00 ໂມງ.
ທ່ານ ຮ້ອຍເອກ ຂັນເພັດ ປາງຄຳນ້ອຍ ພະນັກງານ ສືບສວນ-ສອບສວນ ພະແນກ ສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນະຄອນຫຼວງ ໄດ້ກ່າວຕໍ່ທີມງານຂ່າວວຽງຈັນທາຍມື້ເຊົ້ານີ້ ກ່ຽວກັບເຫດການໄຟໄໝ້ລົດວ່າ: ລົດຄັນດັ່ງກ່າວແມ່ນລົດຂອງສູນພາສາ ອາດາ, ຄົນຂັບແມ່ນຄົນຕ່າງປະເທດ ສັນຊາດ ອາເມລິກາ ພ້ອມດ້ວຍຄອບຄົວ ຄື ເມຍ ແລະ ລູກ ລວມທັງໝົດ 5 ຄົນ. ລົດຕູ້ຄັນນັ້ນໄດ້ແລ່ນມາແຕ່ທາງບ້ານທ່າພະລານໄຊ ເພື່ອຈະກັບເຮືອນຂອງພວກກ່ຽວ ຢູ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ. ການໄໝ້ຂອງລົດ ແມ່ນໄດ້ເລີ່ມໄໝ້ມາຕັ້ງແຕ່ຂ້າງໂຮງໝໍ ມະໂຫສົດ ເຊິ່ງຫ່າງຈາກຈຸດເກີດເຫດເກືອບ 1 ກິໂລແມັດ ແຕ່ຜູ້ຂັບຂີ່ບໍ່ຮູ້ສຶກໂຕ ທັງທີ່ມີຄົນທ້ວງແລ້ວວ່າມີໄຟໄໝ້ລົດຂອງລາວ, ສາເຫດທີ່ບໍ່ຮູ້ສຶກໂຕແມ່ນຜູ້ກ່ຽວບໍ່ເຂົ້າໃຈພາສາລາວ. ຈົນຮອດຕໍ່ໜ້າໂຮງແຮມລ້ານຊ້າງ ມີຄົນທ້ວງອີກເທຶື່ອໜຶ່ງຈຶ່ງເຮັດໃຫ້ເກີດຄວາມສົ່ງໃສ ແລ້ວລາວຈຶ່ງຈອດລົດ ແລະ ກໍ່ໄດ້ຮູ້ວ່າໄຟໄດ້ໄໝ້ລົດ ແລະ ກຳລັງເລີ່ມໄໝ້ລຸກແຮງຈາກຫ້ອງເຄື່ອງຈັກຈົນບໍ່ສາມາດສະກັດກັ້ນໄດ້ແລ້ວ ແລະ ໄດ້ລາມໄປທົ່ວຄັນ ໂຊກດີທີ່ບໍ່ມີຜູ້ໄດ້ຮັບບາດເຈັບ.
ທ່ານ ຮ້ອຍເອກ ຂັນເພັດ ໄດ້ກ່າວຕື່ມວ່າ: ຕາມການສັນນິຖານໃນເບື້ອງຕົ້ນ, ສາເຫດທີ່ເກີດໄຟໄໝ້ດັ່ງກ່າວແມ່ນເກີດຈາກສາຍໄຟຊອດ ຫຼື ສາຍໄຟໝັດກັນ ເພາະວ່າ ກ່ອນໜ້ານີ້ ເຈົ້າຂອງລົດໄດ້ໄປຖ່າຍນໍ້າມັນເບກ ແລະ ເຊັກສາຍໄຟລົດຈຳນວນໜຶ່ງຢູ່ຫ້ອງຜູ້ໂດຍສານ, ສວນສາເຫດລະອຽດ ແມ່ນກຳລັງຢູ່ໃນຂັ້ນຕອນການສືບສວນ.
ຂ່າວ: ສົມພາວັນ