Vientiane Times Lao
ຂະບວນຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກາແດງລາວ

ຂະບວນຍ່າງເພື່ອສຸຂະພາບເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກາແດງລາວ

ອົງການກາແດງ ແຂວງໄຊສົມບູນ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ມື້ວານນີ້ ວັນທີ 8 ມັງກອນ 2020 ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງອົງການກາແດງລາວ ຄົບຮອບ 65 ປີ (ວັນທີ 1 ມັງກອນ 1955 ຫາວັນທີ 1 ມັງກອນ 2020), ໂດຍການເຂົ້າຮ່ວມຂອງທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ.

ກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້ ແມ່ນໄດ້ເລີ່ມແຕ່ສຳນັກງານປົກຄອງເມືອງ ອານຸວົງ ໄປຕາມເສັ້ນທາງອ້ອມ ເທດສະບານແຂວງ.

ໃນເມື່ອກ່ອນອົງການກາແດງລາວ ມີຊື່ເອີ້ນວ່າ ສະພາກາຊາດລາວ ເຮັດໜ້າທີ່ຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຜູ້ທີ່ໄດ້ຮັບເຄາະຮ້າຍຈາກໄພພິບັດ ຕ່າງໆ ທັງຊ່ວຍເຫລືອຜູ້ທີ່ທຸກຍາກດ້ອຍ ໂອກາດ ແລະ ຊ່ວຍປົກປັກຮັກສາສຸຂະພາບ ຂອງປະຊາຊົນບັນດາເຜົ່າ, ພາຍຫລັງ ສປປ ລາວ ໄດ້ຮັບການສະຖາປານາຂຶ້ນ ມາໃນຊຸມປີ 1976-1988 ສະພາກາຊາດລາວ ໄດ້ປ່ຽນຊື່ມາເປັນ ສະພາກາແດງລາວ ແລະ ມາຮອດປີ 1988-1992 ສະພາກາແດງລາວ ໄດ້ປ່ຽນຊື່ມາເປັນອົງການກາແດງລາວ ຈົນເຖິງທຸກວັນນີ້. ຕະຫລອດໄລຍະທີ່ຜ່ານມາອົງການກາແດງ ລາວ ໄດ້ປະກອບສ່ວນອັນໃຫຍ່ຫລວງ ທີ່ສຳຄັນ ເຂົ້າໃນການຊ່ວຍເຫລືອບັນເທົາ ທຸກໃຫ້ແກ່ປະຊາຊົນ ເປັນຕົ້ນ ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພເພື່ອ ກອບກູ້ເອົາຊີວິດຂອງຄົນເຈັບ, ການປະຖົມພະຍາບານ, ກູ້ໄພສຸກເສີນ, ສືບທາວຫາຍາດພີ່ນ້ອງ ແລະ ອື່ນໆ ພ້ອມທັງຊ່ວຍເຫລືອທາງດ້ານວັດຖຸ ແລະ ປັດໄຈຂັ້ນພື້ນຖານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ກ່ຽວກັບການປ້ອງກັນ ຫລຸດຜ່ອນຄວາມສ່ຽງ ແລະ ຮັບມືກັບໄພພິບັດຕ່າງໆ.

ຂ່າວ-ພາບ: ພຸດທະສອນ

Related Articles

Leave a Reply