Vientiane Times Lao
ນາຍົກ ຢ້ຽມຢາມ ຫລາຍຂົງເຂດທີ່ສຳຄັນຂອງ ແຂວງ ຢຸນນານ

ນາຍົກ ຢ້ຽມຢາມ ຫລາຍຂົງເຂດທີ່ສຳຄັນຂອງ ແຂວງ ຢຸນນານ

ທ່ານ ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ​ໄດ້​ເຄື່ອນ​ໄຫວ​ຢ້ຽມ​ຢາມ ກຸ່ມ​ບໍລິສັດ​ກະສິກຳ ຢຸນ​ນານ ໃນຕອນ​ເຊົ້າມື້ວານນີ້​ວັນ​ທີ 9 ມັງກອນ 2020 ຊຶ່ງເປັນມື້ສຸດທ້າຍໃນການຢ້ຽມຢາມ ສປ ຈີນ ນັບແຕ່ວັນທີ 5 ມັງກອນ ທີ່ຜ່ານມາ.​

ກຸ່ມບໍລິສັດ​ດັ່ງກ່າວ​ໄດ້​ສ້າງຕັ້ງ​ແຕ່​ປີ 1951ແລະ ກໍ​ໄດ້​ຮັບ​ການ​ພັດທະນາ​ປັບປຸງ​ການ​ຄຸ້ມ​ຄອງ​ບໍລິຫານ​ມາ​ໂດຍ​ຕະ​ຫຼອດ. ເລີ່ມ​ແຕ່​ປີ 2014 ກຸ່ມ​ບໍລິສັດ​ນີ້​ໄດ້​ແຍກ​ອອກ​ຈາກ​ກຸ່ມ​ບໍລິສັດ​ໃຫຍ່​ເຂົ້າ​ສູ່​ລະບົບ​ເສດຖະກິດ​ຢ່າງ​ເປັນ​ເອກະລາດ ແລະ ໄດ້​ດຳເນີນ​ກິດຈະການ​ທາງ​ດ້ານ​ກະສິກຳ​ຢູ່​ແຂວງຢຸນນານ ໂດຍ​ໄດ້​ເປັນ​ບໍລິສັດ​ວິສາ​ຫະ​ກິດ​ລະດັບ​ຊາດ​ໃນຂົງ ເຂດ​ກະສິກຳ​ເຊັ່ນ: ການ​ພັດ ທະນາ​ຜະລິດ​ຕະ​ພັນ​ສີຂຽວ, ຊັບພະຍາກອນ​ກະສິກຳ-ປ່າ ໄມ້ ແລະ ການ​ບໍລິການ​ດ້ານ​ກະ​ສິ​ກຳ. ຈາກນັ້ນ, ຄະນະໄດ້​ ສືບຕໍ່​ຢ້ຽມຢາມ​ສະ​ຖາ​ບັນ​ວິຊາ​ຊີບ ແລະ ເຕັກນິກ​ທາງ​ລົດໄຟຄຸນ​ໝິງ ຊຶ່ງ​ເປັນ​ສະ​ຖາ​ບັນ​ແຫ່ງດຽວ​ຂອງ​ລັດ​ໃນ​ແຂວງ​ຢຸນ​ນານ. ສະຖາ​ບັນ​ດັ່ງກ່າວ​ໄດ້​ສ້າງ​ເປັນສູນສ້າງ​ບຸກ​ຄະລາ​ກອນ​ຂັ້ນວິຊາ​ຊີບ​ກ່ຽວ​ກັບ​ທາງ​ລົດໄຟ ແລະ ລົດໄຟ​ທີ່​ນຳ​ໃຊ້​ພາຍ​ໃນ​ຕົວ​ເມືອງ​ຄຸນ​ໝິງ​ ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ໂດຍ​ກົງ​ຈາກ​ພະ​ແນກ​ສຶກສາ​ຂອງ​ແຂວງ​ຢຸນ​ນານ. ສະ​ຖາ​ບັນ​ແຫ່ງ​ນີ້​ໄດ້​ແບ່ງ​ອອກ​ເປັນ 16 ສາຂາ​ວິຊາ​ຮຽນ ແລະ ໄດ້​ແບ່ງ​ອອກ​ເປັນ 4 ກຸ່ມ​ໃຫຍ່​ເຊັ່ນ: ການ​ຂົນສົ່ງ​ທາງ​ລົດໄຟ, ຫົວ​ລົດໄຟ, ການ​ສ້ອມແປງ​ລົດໄຟ ແລະ ລະບົບ​ໄຟ​ຟ້າ. ນອກນັ້ນຄະນະ​ຜູ້​ແທນ​ລາວ ​ກໍ​ໄດ້​ສືບຕໍ່​ຢ້ຽມ​ຢາມ​ກຸ່ມ​ບໍລິສັດ​ລົງທຶນ ແລະ ກໍ່ສ້າງ​ແຂວງ​ຢຸນ​ນານ​ຫຸ້ນ​ສ່ວນ ຈຳກັດ ທີ່​ໄດ້​ມີ​ການ​ລົງ​ທຶນ​ໃນ ສປປ ລາວ ເຊັ່ນ: ໂຄງການ​ທາງ​ດ່ວນ ວຽງ​ຈັນ​-​ວັງ​ວຽງ, ໂຄງການ​ເຂດ​ເສດຖະກິດ​ພິເສດ​ໄຊ​ເສດ​ຖາ​ກວມ​ລວມ ແລະ ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ.

ຂ່າວ-ພາບ : ກົມຂ່າວ, ກະຊວງການຕ່າງປະເທດ

Related Articles

Leave a Reply