ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນທີ່ຕັ້ງຢູ່ເມືອງຄໍາເກີດ ແລະ ໄຊຈໍາພອນ ແຂວງບໍລິຄໍາໄຊ ເຈືອງເຊີນ 1 ມີກຳລັງ 250 ເມກາວັດ ແລະ ໂຄງການໄຟຟ້າພະລັງງານລົມ ເຈື່ອງເຊີນ 2 ມີກຳລັງ 350 ເມກາວັດ ເປັນບາດກ້າວໃໝ່ໃນການພັດທະນາແຫຼ່ງພະລັງງານທົດແທນຢູ່ປະເທດລາວ.
ໂຄງການດັ່ງກ່າວນີ້ ເປັນການລົງທຶນຂອງນັກທຸລະກິດຫວຽດນາມ ໄດ້ເລີ່ມລົງມືກໍ່ສ້າງໃນປີ 2024 ໄດ້ສຳເລັດ 100% ແລະ ໄດ້ຂາຍໄຟຟ້າ ຫຼື ສົ່ງອອກໄຟຟ້າໃນທ້າຍປີ 2025.
ໂຄງການດັ່ງກ່າວ, ບໍ່ພຽງແຕ່ເປັນການສະໜອງພະລັງງານໄຟຟ້າສະອາດຂອງລາວເທົ່ານັ້ນ ແຕ່ຍັງກາຍເປັນຕົວແບບຂອງການເຊື່ອມໂຍງຢ່າງມີປະສິດທິຜົນ ລະຫວ່າງ ການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ປະກອບສ່ວນຊຸກຍູ້ເປົ້າໝາຍການພັດທະນາແບບຍືນຍົງ ຢູ່ແຂວງບໍລິຄໍາໄຊ ຊຶ່ງທາງໂຄງການໄດ້ລົງທຶນພັດທະນາ
ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງຄົມມະນາຄົມ ຢູ່ເມືອງ ໄຊຈໍາພອນ ລວມທັງເສັ້ນທາງເຂົ້າຫາດ່ານປະເພນີ ນໍ້າອອນ ເຊື່ອມຈອດ ດ່ານປະເພນີແທັງຖຸ່ຍ ລະຫວ່າງແຂວງບໍລິຄໍາໄຊ ແລະ ແຂວງເຫງະອານ ຂອງ ຫວຽດນາມນອກຈາກນີ້,ໂຄງການຍັງໄດ້ສຸມໃສ່ຊຸກຍູ້ສົ່ງເສີມປະຊາຊົນບັນດາບ້ານເຂດທີ່ຕັ້ງຂອງໂຄງການ ໃນການຜະລິດກະສິກຳສິນຄ້າ ໂດຍໄດ້ສະໜັບສະໜູນແນວພັນ, ປຸ໋ຍຊີວະພາບ ແລະ ຄຳແນະນຳກ່ຽວກັບເຕັກນິກການປູກ ແລະ ການດູແລພືດ, ພ້ອມທັງເກັບຊື້ຜະລິດຕະພັນກະເສດດ້ວຍລາຄາທີ່ເໝາະສົມ, ຊ່ວຍໃຫ້ປະຊາຊົນມີຄວາມໝັ້ນຄົງໃນການຜະລິດ ບຳລຸງສ້າງວິຊາອາຊີບ ເພື່ອແກ້ໄຂຊີວິດການເປັນຢູ່ ແລະ ພັດທະນາເສດຖະກິດຄອບຄົວ. ພ້ອມກັນນັ້ນ ກໍໄດ້ສົ່ງເສີມດ້ານການສຶກສາ ການພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.
ທີ່ມາຂ່າວ: ໂທລະພາບແຂວງຄຳມ່ວນ

