ບໍລິສັດ Sun Group ສົນໃຈລົງທຶນສ້າງກະເຊົ້າລອຍຟ້າ ຢູ່ປາກຊ່ອງ ແລະ ສີພັນດອນ

ບໍລິສັດ Sun Group ສົນໃຈລົງທຶນສ້າງກະເຊົ້າລອຍຟ້າ ຢູ່ປາກຊ່ອງ ແລະ ສີພັນດອນ

ບໍລິສັດ Sun Group ຢູ່ນະຄອນດາໜັງ ສສ ຫວຽດນາມ ສົນໃຈລົງທຶນສ້າງແຫຼ່ງທ່ອງທ່ຽວຢູ່ ສປປ ລາວ ໂດຍສະເພາະສ້າງກະເຊົ້າລອຍຟ້າ ຢູ່ເຂດພູສ່າເຫຼົ້າ-ພູມະໂລງ ເມືອງໂພນທອງ ເຂດພູພຽງບໍລະເວນ ເມືອງປາກຊ່ອງ ແລະ ເຂດສີພັນດອນ ເມືອງໂຂງ ແຂວງຈຳປາສັກແຕ່ໂຄງການດັ່ງກ່າວນີ້ ຍັງຢູ່ໃນຂັ້ນຕອນປຶກສາຫາລື.

ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ ໄດ້ນຳພາຄະນະເຂົ້າພົບປະຫາລືວຽກງານຮ່ວມກັບ ຄະນະບໍລິຫານງານ ບໍລິສັດ Sun Group ຢູ່ນະຄອນດາໜັງ ສສ ຫວຽດນາມ ໃນວັນທີ 9 ພຶດສະພາ 2026 ທີ່ຜ່ານມາ, ເພື່ອເປີດປະຕູຮັບການລົງທຶນຄັ້ງໃຫຍ່ໃນຂົງເຂດການທ່ອງທ່ຽວ.

ໃນການພົບປະຄັ້ງນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ນຳສະເໜີ “3 ຈຸດຍຸດທະສາດ ທີ່ເໝາະສຳລັບໂຄງການຍັກໃຫຍ່” ທີ່ໜ້າສົນໃຈ ເພື່ອດຶງດູດບໍລິສັດຜູ້ສ້າງຕຳນານ Ba Na Hills ໃຫ້ມຸ່ງໜ້າມາສູ່ລາວໃຕ້ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໃນການກໍ່ສ້າງກະເຊົ້າລອຍຟ້າຢູ່ເຂດພູສ່າເຫຼົ້າ-ພູມະໂລງ ເມືອງໂພນທອງ, ເຂດພູພຽງບໍລະເວນ ເມືອງປາກຊ່ອງ ແລະ ເຂດສີພັນດອນ ເມືອງໂຂງ ແຂວງຈຳປາສັກ.

ໂອກາດດັ່ງກ່າວ, ຮອງປະທານບໍລິສັດ Sun Group ກໍໄດ້ສະແດງຄວາມສົນໃຈຢ່າງສູງຕໍ່ຂໍ້ມູນດັ່ງກ່າວ ແລະ ໃນເດືອນມິຖຸນາ 2026 ນີ້, ຄະນະນຳຂອງບໍລິສັດ ຈະຮ່ວມເດີນທາງໄປກັບຄະນະຜູ້ແທນນະຄອນດາໜັງ ເພື່ອມາສຶກສາສຳຫຼວດຄວາມເປັນໄປໄດ້ ໃນການລົງທຶນຢູ່ແຂວງຈຳປາສັກ.

ທີ່ມາຂ່າວ-ພາບ: ສະນັ່ນ ມົນໄມຕີ

Related Articles

Leave a Reply