ອໍານາດການປົກຄອງແຂວງຫົວພັນ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ຈະຈັດງານວາງສະແດງສິນຄ້າ ເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວຄັ້ງທີ l ປະຈຳປີ 2026 ຂອງແຂວງຫົວພັນ ຂຶ້ນໃນລະຫວ່າງວັນທີ 18-22 ພຶດສະພາ 2026 ທີ່ເດີ່ນໜ່ວຍແກ້ວຫຼັກເມືອງ ເມືອງຊຳເໜືອ ແຂວງຫົວພັນ ພາຍໃຕ້ຄຳຂວັນ “ເພີ່ມມູນຄ່າເຄື່ອງປ່າຂອງດົງ ສົ່ງເສີມເສດຖະກິດທ້ອງຖິ່ນ ສູ່ການພັດທະນາແບບຢັ້ງຍືນ”.
ທ່ານ ຄຳແກ້ວ ອຸ່ນອານົງນຸດ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຫົວພັນ ໄດ້ກ່າວໃນພິທີຖະແຫຼງຂ່າວການຈັດງານດັ່ງກ່າວ ເມື່ອບໍ່ດົນມານີ້ ວ່າ: ການຈັດງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ ແມ່ນເພື່ອເປັນການສົ່ງເສີມ ແລະ ພັດທະນາການນໍາໃຊ້ຊັບພະຍາກອນ ເຄື່ອງປ່າຂອງດົງແບບຍືນຍົງ, ພ້ອມທັງຍົກລະດັບການຜະລິດ, ການແປຮູບ ແລະ ການຈໍາໜ່າຍສິນຄ້າເຄື່ອງປ່າຂອງດົງ ໃຫ້ມີຄຸນນະພາບ ແລະ ສ້າງມູນຄ່າເພີ່ມ ໃຫ້ແກ່ຊຸມຊົນ, ພ້ອມນັ້ນ ຍັງເປັນການສ້າງໂອກາດໃຫ້ກຸ່ມຜະລິດ ແລະ ຊຸມຊົນໄດ້ນຳສະເໜີ ແລະ ຈຳໜ່າຍສິນຄ້າສົ່ງເສີມການລົງທຶນ ແລະ ການຕະຫຼາດໃຫ້ແກ່ສິນຄ້າເຄື່ອງປ່າ ພັດທະນາສິນຄ້າໃຫ້ມີມາດຕະຖານ ແລະ ແຂ່ງຂັນໄດ້ ພ້ອມທັງສົ່ງເສີ່ມການອະນຸລັກປ່າໄມ້ ແລະ ຊັບພະຍາກອນທຳມະຊາດອີກດ້ວຍ.
ການຈັດງານໃນຄັ້ງນີ້ ເປັນຄັ້ງທໍາອິດຂອງແຂວງຫົວພັນ ໃນການລວບລວມ ແລະ ນໍາສະເໜີສິນຄ້າເຄື່ອງປ່າຂອງດົງທີ່ຫຼາກຫຼາຍ ຈາກບັນດາເມືອງ, ກຸ່ມຜະລິດ, ວິສາຫະກິດຂະໜາດນ້ອຍ, ກາງ, ສະຫະກອນ ແລະ ຊຸມຊົນ ທີ່ຢູ່ພາຍໃນແຂວງ ຊຶ່ງ ພາຍໃນງານ ຈະມີການຈັດວາງສະແດງສິນຄ້າ ເຊັ່ນ: ເຫັດປ່າ, ພືດສະໝຸນໄພ, ໜໍ່ໄມ້, ນໍ້າເຜິ້ງ, ອາຫານຈາກເຄື່ອງປ່າ, ຜະລິດຕະພັນແປຮູບ ແລະ ສິນຄ້າຫັດຖະກຳພື້ນເມືອງ ອີກຫຼາຍປະເພດ.
ນອກຈາກນັ້ນ, ຍັງຈະໄດ້ຈັດ 5 ກິດຈະກຳ ເຊັ່ນ: ການຈັດສໍາມະນາ ແລະ ສົນທະນາ ກ່ຽວກັບການພັດທະນາສິນຄ້າເຄື່ອງປ່າຂອງດົງ, ການສາທິດການແປຮູບສິນຄ້າ ແລະ ການນໍາໃຊ້ຜະລິດຕະພັນ, ການເຊື່ອມຕໍ່ການຄ້າ (Business Matching) ລະຫວ່າງຜູ້ຜະລິດ ແລະ ຜູ້ຊື້, ການສະແດງສິລະປະ-ວັນນະຄະດີ ແລະ ການສ້າງຄວາມບັນເທີງໃນຍາມຄໍ່າຄືນ ແລະ ກິດຈະກຳສົ່ງເສີມກິລາ ເຊື່ອມໂຍງກັບການທ່ອງທ່ຽວ ແລະ ອາຫານພື້ນເມືອງ.
ແຫຼ່ງຂ່າວ: ແຂວງຫົວພັນ

