Vientiane Times Lao
ປີ 2019 ມີຜູ້ເສຍຊີວິດ 76 ຄົນ ຍ້ອນພະຍາດໄຂ້ຍຸງລາຍ

ປີ 2019 ມີຜູ້ເສຍຊີວິດ 76 ຄົນ ຍ້ອນພະຍາດໄຂ້ຍຸງລາຍ

ໃນປີ 2019 ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍຈຳນວນ 39.000 ຄົນ, ເສຍຊີວິດ 76 ຄົນ. 

ອີງຕາມການລາຍງານຢູ່ກອງປະຊຸມຖອດຖອນບົດຮຽນ ການຈັດຕັ້ງປະຕິບັດການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ທົ່ວປະເທດ ປີ 2019 ແລະ ທິດທາງແຜນການ ປີ 2020 ທີ່ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 15-16 ມັງກອນ 2020 ທີ່ທ່າລາດ, ແຂວງ ວຽງຈັນ.

ສຳລັບການລະບາດ ຂອງພະຍາດໄຂ້ຍຸງລາຍນອກຈາກຢູ່ ສປປ ລາວ ແລ້ວ ຢູ່ບັນດາປະເທດອາຊຽນ ກໍ່ມີການລະບາດເຊັ່ນກັນ, ໂດຍສະເພາະປະເທດມາເລເຊຍ ໄດ້ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເຖິງ 119.524 ກໍລະນີ ເສຍຊີວິດ 164 ຄົນ, ຟິິລິປິນ 402.694 ກໍລະນີ ເສຍຊີວິດ 1.512 ຄົນ, ໄທ 125.235 ກໍລະນີ ເສຍຊີວິດ 131 ຄົນ, ສິງກະໂປ 14.657 ກໍລະນີ ເສຍຊີວິດ 9 ຄົນ, ສສ ຫວຽດນາມ 241.863 ກໍລະນີ ເສຍຊີວິດ 43 ຄົນ, ມຽນມາ 13.048 ກໍລະນີ ເສຍຊີວິດ 68 ຄົນ, ກໍາປູເຈຍ 24.654 ກໍລະນີ ເສຍຊີວິດ 25 ຄົນ.

ຂ່າວ: ບົວຜັນ

ແຟ້ມພາບ: ວຽງຈັນທາຍ

Related Articles

Leave a Reply