ໃນວັນທີ 17 ມັງກອນຜ່ານມານີ້ ກະຊວງພາຍໃນຮ່ວມກັບພະແນກພາຍໃນແຂວງອັດຕະປື, ຫ້ອງການພາຍໃນເມືອງສະໜາມໄຊຈັດພິທີຈົດທະບຽນການເກີດຂອງເດັກນ້ອຍ ແລະມອບໃບຢັ້ງຢືນການເກີດໃຫ້ແກ່ເດັກນ້ອຍທີ່ຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ເມືອງສະໜາມໄຊ ແຂວງອັດຕະປື ທີ່ສູນພັກຊົ່ວຄາວຫາດຍາວ ແລະສູນພັກຊົ່ວຄາວຕະມໍຢອດ ເມືອງສະໜາມໄຊ.
ເປັນກຽດເຂົ້າຮ່ວມໂດຍທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ ຜູ້ຊີ້ນຳວຽກງານຄຸ້ມຄອງພົນລະເມືອງ, ມີອໍານາດການປົກຄອງເມືອງ ແລະບ້ານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .
ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ ຜູ້ຊີ້ນຳວຽກງານຄຸ້ມຄອງພົນລະເມືອງໄດ້ກ່າວຕໍ່ພິທີວ່າ: ການຈົດທະບຽນການເກີດສໍາລັບເດັກນ້ອຍແມ່ນມີຄວາມສໍາຄັນຫຼາຍ ເນື່ອງຈາກວ່າໃບຢັ້ງຢືນການເກີດແມ່ນເອກະສານທີ່ໃຊ້ເພື່ອຢັ້ງຢືນການປະກອບເອກະສານຕ່າງໆເປັນຕົ້ນ: ການເຮັດປຶ້ມສໍາມະໂນຄົວ, ການເຮັດໝັງສືຜ່ານແດນ ລວມທັງໃຊ້ເປັນເອກະສານປະກອບໃນເວລາເຂົ້າຮຽນຢູ່ໂຮງຮຽນ ແລະອື່ນໆ. ເດັກນ້ອຍທຸກຄົນທີ່ເກີດມາຈະຕ້ອງໄດ້ຮັບສິດໃນການຈົດທະບຽນການເກີດຈຶ່ງຈະຖືວ່າເປັນພົນລະເມືອງລາວຢ່າງເຕັມສ່ວນ.
ໂອກາດດັ່ງກ່າວທ່ານ ສີພຸກ ວົງພັກດີ ກໍ່ໄດ້ໃຫ້ກຽດມອບໃບຢັ້ງການເກີດໃຫ້ແກ່ເດັກນ້ອຍທີ່ຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ເມືອງສະໜາມໄຊ ໂດຍໄດ້ ມອບຢູ່ສູນພັກຊົ່ວຄາວຫາດຍາວມີຈຳນວນ197 ຄົນ, ໃນນີ້ມີຜູ້ຍິງ 93 ຄົນ ແລະມອບຢູ່ສູນພັກຊົ່ວຄາວຕະມໍຢອດມີ ຈຳນວນ 436 ຄົນ, ລວມທັງໜົດ 633 ຄົນ.
ຂ່າວ-ພາບ: ແຂວງອັດຕະປື