ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ V ທີ່ເຊື່ອມຕໍ່ລະຫວ່າງເມືອງປາກຊັນ ແຂວງບໍລິຄໍາໄຊ ຫາ ເເຂວງ ບຶງການ ປະເທດໄທ ທີ່ມີຄວາມຍາວ 1.300 ກວ່າແມັດ ຈະສຳເລັດການກໍ່ສ້າງໃນອີກ 3 ປີຂ້າງໜ້າ ຫຼັງຈາກທີ່ເລີ່ມມີການກໍ່ສ້າງມາແຕ່ເດືອນ ມິຖຸນາ 2019 ທີ່ຜ່ານມາ.
ຫຼ້າສຸດ ລັດຖະບານລາວໄດ້ກູ້ຢືມເງິນ ຈໍານວນ 1,38 ຕື້ກວ່າບາດ ຈາກອົງການຮ່ວມມື ພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງຣາຊະອານາຈັກໄທ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງຂົວດັ່ງກ່າວ ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 3.900 ລ້ານບາດ.
ພິທີເຊັນສັນຍາກູ້ຢືມເງິນຈໍານວນດັ່ງກ່າວໄດ້ຈັດຂຶ້ນໃນວັນເສົາ ວັນທີ 17 ມັງກອນທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານລາວ ໂດຍທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ພິຮາເມດ ວຸດທິທອນເນຕິຮັກ ປະທານອົງການ NEDA.
ຂ່າວ : ສົມພາວັນ