Vientiane Times Lao
ບຸນວັດພູຈຳປາສັກປີນີ້ຈະບໍ່ເກັບເງິນຄ່າຜ່ານ

ບຸນວັດພູຈຳປາສັກປີນີ້ຈະບໍ່ເກັບເງິນຄ່າຜ່ານ

ບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປີ 2020 ນີ້ ແມ່ນຈະບໍ່ມີການເກັບເງິນຄ່າເຂົ້າຊົມ ອີງຕາມແຈ້ງການຂອງຫ້ອງວ່າການປົກຄອງແຂວງ ເມື່ອບໍ່ດົນມານີ້.

ບາງສ່ວນທີ່ຈະເກັບ ມີປີ້ຂາຍເຄື່ອງ, ປີ້ຝາກລົດ ແລະ ອື່ນໆ ລາຄາແມ່ນຈະຖືກກວ່າທຸກໆຄັ້ງທີ່ຜ່ານມາ ທັງນີ້ ກໍ່ເພື່ອເປັນການອະນຸລັກຮັກສາຮິດຄອງປະເພນີອັນດີງາມຂອງຊາດກໍ່ຄືທ້ອງຖິ່ນ ແລະ ເປັນການສົ່ງເສີມການທ່ອງທ່ຽວພາຍໃນ ເມືອງ ແລະ ແຂວງ ຈໍາປາສັກ.

ເພື່ອຫຼີກເວັ້ນຫາງສຽງຈົ່ມວ່າຈາກສັງຄົມ ຫ້ອງວ່າການປົກຄອງແຂວງມອບໃຫ້ພາກລັດຮັບຜິດຊອບ ກໍ່ຄືພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈຳປາສັກ ເປັນຜູ້ຈັດງານ.

ທ່ານ ນາງ ພິໄລວັນ ເພັງແສງໃນ ຕາງໜ້າ ຫ້ອງວ່າການແຂວງຈຳປາສັກໄດ້ກ່າວກ່ຽວ ກັບ ການບໍ່ເກັບປີ້ຄ່າເຂົ້າຊົມບຸນວັດພູ ກັບທີມງານວຽງຈັນທາຍ ມື້ວານນີ້ ວັນທີ 22 ມັງກອນ 2020 ວ່າ : ການທີ່ຈະບໍ່ເກັບເງິນເຂົ້າຊົມບຸນນະມັດສະ ການຜາສາດຫີນວັດພູຈຳປາສັກ ທາງຜູ້ຮັບຜິດຊອບ ຫຼື ພາກສ່ວນກ່ຽວຂ້ອງແມ່ນຕົກລົງເຫັນດີແລ້ວວ່າບໍ່ເກັບ ກໍ່ໄດ້ມີການແຈ້ງການເປັນທີ່ຮຽບຮ້ອຍແລ້ວ ສ່ວນວ່າທີ່ຈະເກັບເຊັ່ນ : ປີ້ຂາຍເຄື່ອງ, ປີ້ຝາກລົດ ແລະ ການບໍລິການອື່ນໆພາຍ ໃນງານ ແມ່ນຍັງຢູ່ໃນຂັ້ນຕອນ ຄົ້ນຄວ້າ ແລະ ພິຈາລະນາ ແຕ່ການເກັບປີ້ດັ່ງກ່າວນັ້ນ ແມ່ນຈະຖືກກວ່າທຸກໆປີທີ່ຜ່ານມາຢ່າງແນ່ນອນ.

ບຸນນະມັດສະການຜາສາດຫີນວັດພູຈຳປາສັກ ແມ່ນຈັດຂຶ້ນຢ່າງເປັນທາງການເປັນເວ ລາສາມວັນ ສາມຄືນ ຄືນັບແຕ່ວັນທີ 6-8 ກຸມພາ 2020, ແຕ່ງານວາງສະແດງສິນຄ້າ ແລະ ການຄົບງັນຕ່າງໆແມ່ນຈະໄດ້ເລີ່ມປະຕິບັດ ກ່ອນພິທີເປີດງານຢ່າງ ເປັນທາງການ. ຕະຫຼອດງານຈະມີການສະແດງສິລະປະດົນຕີພື້ນເມືອງທຸກໆຄໍ່າຄືນ, ງານວາງ ສະແດງຜະລິດຕະພັນສິນຄ້າທ້ອງຖິ່ນ ແລະ ອື່ນໆ. ມື້ເປີດຈະມີຂະບວນແຫ່ຕ່າງໆ ແລະ ມື້ສຸດທ້າຍຕອນເຊົ້າຈະມີພິທີ ໃສ່ບາດຢູ່ວັດພູ ແລະ ຕອນແລງຈະມີການວຽນທຽນ.​

ຂ່າວ : ວຽງຈັນທາຍ

ພາບ : ປອງ

Related Articles

Leave a Reply