ໄວໜຸ່ມທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ 147 ຄົນ ໄດ້ສໍາເລັດການອົບຮົມ ແລະ ທົດສອບວຽກພັດທະນາສີມືແຮງງານ ແລະ ປະຈຸບັນພ້ອມແລ້ວທີ່ຈະຮັບໄຊສັງຄົມ.
ໃນວັນທີ 21 ມັງກອນ 2020, ແຂວງອັດຕະປື ໄດ້ສໍາເລັດການຈັດຊຸດອົບຮົມ ແລະທົດສອບວຽກພັດທະນາສີມືແຮງງານໃຫ້ຜູ້ປະສົບໄພພິບັດດັ່ງກ່າວ ຢູ່ເມືອງສະໜາມໄຊ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 5 ເດືອນໂດຍໄດ້ຮັບທຶນສະໜັບສະໜູນຂອງອົງ ການຮ່ວມມືສາກົນ ສ. ເກົາຫລີ ປະຈຳລາວ.
ພິທີປິດຊຸດອົບຮົມດັ່ງກ່າວໄດ້ຈັດຂື້ນທີ່ເມືອງສາມັກຄີໄຊ ແຂວງອັດຕະປື.
ຕະຫຼອດໄລຍະຂອງການຈັດຊຸດອົບຮົມ ສໍາມະນາກອນທັງ 147 ຄົນ, ຍິງ 62 ຄົນ, ທີ່ມາຈາກສູນພັກຊົ່ວຄາວຜູ້ປະສົບໄພທັງ 5 ສູນ ໄດ້ຮຽນຮູ້ບົດຮຽນໃນ 7 ສາຂາວິຊາຄື: ສາຂາປຸງແຕ່ງອາຫານ,ສາຂາຕິດຕັ້ງໄຟຟ້າໃນອາ ຄານ, ສາຂາຕັດຫຍິບເສື້ອຜ້າ, ສາຂາຊ່າງ ໄມ້ເຟີນີເຈີ, ສາຂາສ້ອມແປງລົດຈັກ-ລົດໄຖນາ, ວິທີປູກເຫັດ ແລະ ວິທີລ້ຽງປາ. ຜ່ານການອົບຮົມ ແລະທົບສອບ ສາມາດປະເມີນຜົນໄດ້ໃນລະ ດັບດີທັງໝົດ.
ທ່ານ ພູທອງ ພົມມະຈັນ ຮອງຫົວໜ້າ ພະແນກແຮງານ ແລະສະຫັວດດີການ-ສັງຄົມ ແຂວງອັດຕະປືໄດ້ກ່າວວ່າ: ການຈັດຊຸດອົບຮົມ ແລະ ທົດສອບວຽກພັດທະນາສີມືແຮງງານ ໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ຄັ້ງນີ້ ກໍ່ເພື່ອເຮັດໃຫ້ຊາວໜຸ່ມໄວໜຸ່ມ ທີ່ປະສົບໄພ ພິບັດຢູ່ເມືອງສະໜາມໄຊ ມີວຽກເຮັດງານທຳ, ສ້າງຄວາມເຂັ້ມແຂງໃຫ້ຕົນເອງ ກໍ່ຄືຄອບຄົວ ໃຫ້ພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ໃນໂອກາດດຽວກັນກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ ນັກສຳມະນາກອນຈຳນວນ 147 ຄົນ, ຍິງ 62 ຄົົົົົົນ, ທີ່ໄດ້ຜ່ານການອົບຮົມ ແລະທົດສອບ ວຽກພັດທະນາສີມືແຮງງານ .
ຂ່າວ-ພາບ: ວັດທະນາ ຫຼວງອາໄພ