Vientiane Times Lao
ທ່ານລັດຖະມົນຕີ ຮສສ ເນັ້ນໃຫ້ຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫລືອເດັກ ເອັສໂອເອັສ ລ້ຽງດູເດັກນ້ອຍແບບຄອບຄົວ

ທ່ານລັດຖະມົນຕີ ຮສສ ເນັ້ນໃຫ້ຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫລືອເດັກ ເອັສໂອເອັສ ລ້ຽງດູເດັກນ້ອຍແບບຄອບຄົວ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຈ້ງໃຫ້ຮູ້ວ່າ : ປັດຈຸບັນ ຢູ່ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສ ຢູ່ ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ມີເດັກທີ່ຢູ່ໃນການດູແລທັງໝົດ 1.250 ຄົນ ຍິງ 587 ຄົນ, ສົ່ງກັບຄືນໃຫ້ຄອບຄົວເດີມ 12 ຄົນ, ຍິງ 2 ຄົນ, ຮັບເຂົ້າມາລ້ຽງດູໃນປີ 2019 ຈໍານວນ 29 ຄົນ, ຍິງ 12 ຄົນ; ກໍາລັງຮຽນຢຸ່ໃນໂຮງຮຽນອາຊີວະສຶກສາ ແລະ ມະຫາວິທະຍາໄລ ຈຳນວນ 221 ຄົນ, ຍິງ 98 ຄົນ, ເດັກທີ່ຮຽນຈົບ ອາຊີວະສຶກສາຂັ້ນຕ່າງໆ ແລະ ກຳລັງຊອກເຮັດວຽກ 38 ຄົນ, ຍິງ 21 ຄົນ.

ກະຊວງ ຮສສ ໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ ປະຈຳປີ 2019 ໃນບໍ່ດົນມານີ້ ຢູ່ນະຄອນຫລວງວຽງຈັນ ເພື່ອສະຫລຸບ, ຕີລາຄາ ການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການ ປີ 2020 ໂດຍເປັນປະທານກອງປະຊຸມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ທັງເປັນປະທານຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫລືອເດັກເອັສໂອເອັສລາວ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ ໄດ້ກ່າວເຊິ່ງມີເນື້ອໃນບາງຕອນທີ່ສໍາຄັນຢູ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໃຫ້ ຄະນະກຳມະການຄຸ້ມຄອງບ້ານຊ່ວຍເຫລືອເດັກ ເອັສໂອເອັສ ຈາກຂັ້ນສູນກາງ ແລະ ທ້ອງຖິ່ນ ສືບຕໍ່ເອົາໃຈໃສ່ ບາງວຽກຕົ້ນຕໍ ເປັນຕົ້ນ ໃຫ້ສຸມໃສ່ວຽກງານການລ້ຽງດູເດັກນ້ອຍແບບຄອບຄົວ ບົນພື້ນຖານຄອບຄົວເປັນຫລັກ, ຂະຫຍາຍການຊ່ວຍເຫລືອເດັກນ້ອຍກຸ່ມເປົ້າໝາຍໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນການເອົາເດັກເຂົ້າມາຢູ່ໃນບ້ານເດັກເອັສໂອເອັສ ເຊັ່ນ: ສົ່ງເສີມການສຶກສາເດັກຍິງດ້ອຍໂອກາດ, ການໃຫ້ທຶນການສຶກສາແກ່ເດັກນ້ອຍ ໃນຄອບຄົວທຸກຍາກ, ການສົ່ງເສີມການລ້ຽງດູເດັກຢູ່ກັບຍາດພີ່ນ້ອງ, ການສ້າງຄວາມເຂັ້ມແຂງແກ່ຄອບຄົວ; ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຊາວໜຸ່ມ ຍິງ-ຊາຍ ທີ່ຢູ່ໃນການດູແລຂອງ ບ້ານຊ່ວຍເຫລືອເດັກນ້ອຍເອັສໂອເອັສລາວ ຊ່ວຍໃຫ້ເຂົາເຈົ້າ ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ສາມາດກຸ້ມຕົນເອງໄດ້.

ຂ່າວ : ວຽງຈັນທາຍ

Related Articles

Leave a Reply