ແຂວງ ຊຽງຂວາງ ຈະນໍາເຂົ້າແຕ່ປະເພດໝາກໄມ້ເທົ່ານັ້ນ ເພື່ອຮັບໃຊ້ 3 ເຫດການສໍາຄັນຂອງຊາດໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020 ທີ່ຈະມາເຖິງນີ້ ຄື: ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ແຂ່ງຂັນກິລາແຫ່ງຊາດຄັ້ງທີ 11 ແລະ ສະເຫຼີມສະຫຼອງ ທົ່ງໄຫຫີນເຂົ້າເປັນມໍລະດົກໂລກ ເນື່ອງຈາກອາຫານປະເພດອື່ນໆ ມີພຽງພໍແລ້ວ ແລະ ເປັນຜະລິດຕະພັນພາຍໃນແຂວງທັງໝົດ.
ທ່ານ ວຽງຄໍາ ຈັນທະລາ, ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ຊຽງຂວາງທັງເປັນຄະນະອະນຸກໍາມະການອຸປະໂພກ-ບໍລິໂພກງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຫວ່າງບໍດົນມານີ້ : ຜ່ານການເກັບຂໍ້ມູນການຜະລິດສະບຽງອາຫານຕົວຈິງຢູ່ບັນດາເມືອງພາຍໃນແຂວງ ແລະ ການຄິດໄລ່ຢ່າງລະອຽດກ່ຽວກັບການບໍລິໂພກຂອງແຂກທີ່ຈະເດີນທາງມາຮ່ວມ 3 ງານໃຫຍ່ລະດັບຊາດຄັ້ງນີ້ ເຫັນວ່າ ປະເພດຊີ້ນ, ປາ ແລະ ພືດຜັກຊະນິດຕ່າງໆ ທີ່ມີພາຍໃນແຂວງ ແມ່ນສາມາດຮອງຮັບແຂກໄດ້ຢ່າງພຽງພໍກັບຄວາມຕ້ອງການຮ້ອຍສ່ວນຮ້ອຍ. ຍົກເວັ້ນໝາກໄມ້ ເພາະໃນໄລຍະຈັດງານຄັ້ງນີ້ ຢູ່ແຂວງ ຊຽງຂວາງ ຈະມີແຕ່ໝາກໄມ້ຕາມລະດູການເທົ່ານັ້ນ ຄື: ໝາກກ້ວຍ ແລະ ໝາກຫຸ່ງ ສ່ວນໝາກໄມ້ຊະນິດອື່ນໆ ຕ້ອງໄດ້ນໍາເຂົ້າຈາກບ່ອນອື່ນ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຜູ້ບໍລິໂພກ..
ພ້ອມນັ້ນ ອະນຸກໍາມະການອຸປະໂພກ-ບໍລິໂພກ ງານມະຫາກໍາກິລາແຫ່ງຊາດດັ່ງກ່າວ ແມ່ນໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງຕິດຕາມກວດກາຢູ່ພື້ນທີ່ການຜະລິດ ແລະ ແຫຼ່ງຈໍາໜ່າຍສິນຄ້າ ກໍ່ຄື ບັນດາຕະຫຼາດພາຍໃນເທດສະບານແຂວງ ເພື່ອຮອງຮັບເປັນກະສິກໍາສະອາດ. ສ່ວນໝາກໄມ້ທີ່ນໍາມາຈາກບ່ອນອື່ນຈະໄດ້ຕິດຕາມກວດກາຢ່າງເຂັ້ມງວດເຊັ່ນດຽວກັນ ເພື່ອຮັບປະກັນຄວາມປອດໄພຂອງຜູ້ບໍລິໂພກ.
ຂ່າວ: ບົວຜັນ
ພາບ: ພູນຊັບ