ກະຊວງສາທາລະນະສຸກ ຈະກວດຄືນການກຽມ ຄວາມພ້ອມໃນການຮັບມືກັບພະຍາດອັກເສບ ປອດຈຸລະໂລກສາຍພັນໃໝ່ (NCOV).
ກະຊວງດັ່ງກ່າວໄດ້ລາຍງານໃນມື້ນີ້ 29 ມັງກອນ 2020 ວ່າ ກົມປິ່ນປົວຂອງກະຊວງສາທາລະ ນະສຸກ ຈະກວດຄືນການກະກຽມຄວາມພ້ອມ ດັ່ງກ່າວກັບບັນດາແພດ, ພະຍາບານ, ພະນັກງານ ວິເຄາະ ແລະ ພະນັກງານຂັບລົດ ຢູ່ໂຮງໝໍຂອງ ແຂວງໃນທົ່ວປະເທດ ເພື່ອສາມາດບົ່ງມະຕິ ແລະ ປິ່ນປົວໃນກໍລະນີພະຍາດ ນີ້ເຂົ້າມາຮອດບ້ານ ເຮົາ.
ພ້ອມດຽວກັນສາທາລະນະສຸກນະຄອນຫຼວງຍັງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອກຳນົດ ມາດຕະການ, ວິທີການໃນການຕິດຕາມນັກສາ ລາວທີ່ຮຽນຢູ່ ສປ ຈີນ ແລະ ກັບມາລາວ ເພື່ອ ຊອກຮູ້ສະພາບ ແລະ ຮັບມືໃຫ້ທັນໃນກໍລະນີທີ່ ມີການຕິດເຊື້ອພະຍາດນີ້.
ປະຈຸບັນ ສະພາບການຂອງພະຍາດອັກເສບ ປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (NCOV) ລາຍງານເວລາ 24 ໂມງ ຂອງວັນທີ 28 ມັງກອນ 2020 ຈາກຄະນະກໍາມະການສາທາລະນະສຸກ ແຂວງ 31 ແຂວງຂອງ ສປ ຈີນ ກ່ຽວກັບຄວາມ ຄືບໜ້າຂອງເຊື້ອໄວຣັດໂຄໂລນາສາຍພັນໃໝ່ຄື: ຜູ້ຕິດເຊື້ອ: 5,974 ກໍລະນີ, ເສຍຊີວິດ 132 ກໍລະນີ, ເຈັບໝັກ: 1,239 ກໍລະນີ, ປິ່ນປົວດີ ແລ້ວ 103 ກໍລະນີ, ຄົນເຈັບທີ່ສົງໄສເປັນພະ ຍາດດັ່ງກ່າວ 9,239 ກໍລະນີ, ປະຈຸບັນ 59,990 ກໍລະນີແມ່ນຢູ່ໃນໄລຍະເຝົ້າຕິດຕາມຈາກທ່ານ ໝໍ. ສຳລັບ ສປປ ລາວຍັງບໍ່ທັນມີກໍລະນີຜູ້ຕິດ ເຊື້ອ.
ຂ່າວ-ພາບ: ວຽງຈັນທາຍ