ປະຈຸບັນລະເບີດບໍ່ທັນແຕກຢູ່ລາວຍັງເປັນໄພຂົ່ມຂູ່ ແລະ ເປັນອຸປະສັກຕໍ່ການສ້າງສາພັດທະນາປະເທດຊາດຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ, ສະນັ້ນເພື່ອເຫັນໄດ້ໃນວຽກງານດັ່ງກ່າວ ລັດຖະບານ ນອກແວ ໄດ້ເຊັນບົດບັນທຶກການຊ່ວຍເຫຼືອ ກັບ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຢູ່ ສປປລາວ (ຄຊກລ) ໃນຕອນບ່າຍມື້ນີ້ ວັນທີ 30 ມັງກອນ 2020, ລວມມູນຄ່າການຊ່ວຍເຫຼືອຫຼາຍກວ່າ 620,000 ໂດລາສະຫະລັດ.
ເງິນຈຳນວນດັ່ງກ່າວ ອົງການເກັບກູ້ລະເບີດ ແມັກ (MAG) ຈະນຳໃຊ້ເຂົ້າໃນການສຳຫລວດທາງດ້ານວິຊາການໃນເນື້ອທີ່ປະມານ 6 ກິໂລຕາແມັດ ແລະ ຄາດວ່າຈະສາມາດກວດ ແລະ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ມາທຳລາຍຖີ້້ມໄດ້ ໃນເນື້ອທີ່ປະມານ 816,000 ຕາແມັດເຊິ່ງຈະຈັດຕັ້ງປະຕິບັດຢູ່ເມືອງບົວລະພາ, ແຂວງຄຳມ່ວນ.
ຕາມຂໍ້ມູນຈາກ ຄະນະກຳມະການຄູ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ສປປລາວ ໃຫ້ຮູ້ວ່ານັບແຕ່ປີ 1996 ຈົນເຖີງປະຈຸບັນ ສາມາດສຳຫລວດ ແລະ ກວດກູ້ລະເບີດໄດ້ທັງໝົດ 64,000 ເຮັກຕາ, ເນື້ອທີ່ກະສີກຳ 48,000 ເຮັກຕາ, ເນື້ອທີ່ເຂດພັດທະນາ 16,000 ເຮັກຕາ ສະເພາະຢູ່ແຂວງຄຳມ່ວນ 7,800 ເຮັກຕາ ເນື້ອທີ່ກະສີກຳ 6,200 ເຮັກຕາ ແລະ ພື້ນທີ່ພັດທະນາ 1,400 ເຮັກຕາ.
ຂ່າວ-ພາບ: ຄຳພັນ