ມື້ນີ້ວັນຈັນ ວັນທີ 3 ກຸມພາ 2020 ຈະເປັນມື້ອອກຫວຍລາງວັນຫວຍພັດທະນາລາວ ຄັ້ງທໍາອິດ ຫຼັງຈາກທີ່ ກະຊວງການເງິນໄດ້ອອກແຈ້ງການໃນບໍ່ດົນມານີ້ ໃນການເຫັນດີ ຕາມຂໍ້ສະເໜີຂອງ ລັດວິສາຫະກິດ ຫວຍພັດທະນາລາວ ກ່ຽວກັບການເພີ່ມມື້ການອອກເລກລາງວັນ ຈາກ 1 ຄັ້ງຕໍ່ອາທິດ ມາເປັນ 2 ຄັ້ງຕໍ່ອາທິດ ນັບແຕ່ມື້ມື້ນີ້ເປັນຕົ້ນໄປ. ໂດຍກໍານົດເວລາອອກເລກລາງວັນເວລາ 20 :00 ຂອງທຸກໆວັນຈັນ ແລະ ວັນພະຫັດ.
ຂ່າວ:ວຽງຈັນທາຍ
ພາບ: ຫວຍພັດທະນາລາວ