Vientiane Times Lao
ດ່ານພາສີສາກົນ ຂົວມິດຕະພາບແຫ່ງທີ 3 ເກັບລາຍຮັບໄດ້ລື່ນແຜນການ

ດ່ານພາສີສາກົນ ຂົວມິດຕະພາບແຫ່ງທີ 3 ເກັບລາຍຮັບໄດ້ລື່ນແຜນການ

ເຈົ້າໜ້າທີ່ປະຈໍາດ່ານພາສີສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 3 ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ທີມຂ່າວ ວຽງຈັນທາຍ ໃນວັນທີ 4 ກຸມພາ ວ່າ: ປີ 2019 ດ່ານພາສີສາກົນ ຂົວມິດຕະພາບແຫ່ງທີ 3 ເກັບລາຍຮັບໄດ້ ລື່ນແຜນການຫຼາຍກວ່າ 11 ຕື້ກີບ.

ທ່ານ ສົມຫວັງ ສົມຈິນດາ ຫົວໜ້າພາສີສາກົນ ຂົວມິດຕະພາບ ແຫ່ງທີ 3 ແຂວງຄໍາມ່ວນ ໄດ້ກ່າວວ່າ: ດ່ານພາສີສາກົນແຂວງຄໍາມ່ວນ ແມ່ນມີລາຍຮັບຫຼັກຈາກ 16 ລາຍການປະກອບມີ ຄ່າກວດກາພິເສດ, ນໍ້າມັນເຊື້ອໄຟ, ນໍ້າມັນອື່ນໆ, ພາຫະນະ-ຊິ້ນສ່ວນອາໄຫຼ່, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກບໍລິໂພກ, ສິນຄ້າຕາມສັນຍາອາຊຽນ (ພາຫະນະ ຊິ້ນສ່ວນອາໄຫຼ່, ວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງອຸປະໂພກ-ບໍລິໂພກ), ເຄື່ອງຕິດຕົວ ຜູ້ໂດຍສານ, ເຄື່ອງສົ່ງເສີມການລົງທຶນ, ສິນຄ້າເຂົ້າ-ອອກ, ປັບໃໝ, ຂາຍເຄື່ອງຍຶດທີ່ຮິບໂຮມໄວ້, ຄ່າທໍານຽມ ພາຫະນະຂາອອກ, ຄ່າທໍານຽມຄົນເຂົ້າ, ຄ່າທໍານຽມຄົນອອກ, ທໍານຽມເຮືອ, ທໍານຽມຄັງແຮນໍ້າມັນ, ທໍານຽມຜ່ານດ່ານສາກົນ.

ທ່ານ ສົມຫວັງ ໄດ້ກ່າວຕື່ມວ່າ: ສະເພາະປີ 2019 ໄດ້ຮັບຕົວເລກມອບໝາຍໃຫ້ 252,7 ຕື້ກີບຈາກການກັບລາຍຮັບ ແລະ ສາມາດ ເກັບລາຍຮັບໄດ້ຫຼາຍກວ່າ 264 ຕື້ກີບ ລື່ນແຜນການຫຼາຍກວ່າ 11 ຕື້ກີບ. ການເກັບງົບປະມານໄດ້ຕາມແຜນ ແລະ ລື່ນແຜນການນັ້ນກໍ່ຍ້ອນພາຍໃນດ່ານບໍ່ມີການ ຮົ່ວໄຫຼຂອງງົບປະມານ ເພາະມີການຕິດຕັ້ງ ລະບົບຕ່າງໆຢ່າງລະອຽດ ນອກນັ້ນຍັງມີການ ຕັ້ງກ້ອງວົງຈອນໄວ້ 8 ຈຸດທີ່ເປັນຈຸດສໍາຄັນທີ່ ສາມາດກວດສອບໄດ້ຜ່ານສັນຍານອິນເຕີເນັດຢູ່ໂທລະສັບມືຖື ແລະ ສາມາດເວົ້າໄດ້ວ່າ ຖ້າທຸກໆດ່ານຕິດກ້ອງວົງຈອນປິດຈະສາມາດ ກວດສອບການເຮັດວຽກຂອງເຈົ້າໜ້າທີ່ ແລະ ປ້ອງກັນການຮົ່ວໄຫຼຂອງງົບປະມານໄດ້ ສິ່ງສໍາຄັນຖ້າເຈົ້າໜ້າທີ່ມີຈັນຍາບັນ ເຮັດໜ້າທີ່ດ້ວຍຄວາມສັດຊື່ຍິ່ງເປັນການດີ. ສໍາລັບປີ 2020 ທາງດ່ານໄດ້ຮັບຕົວເລກ ການເກັບລາຍຮັບຈໍານວນ 290 ຕື້ກີບ ແຕ່ຍັງບໍ່ສາມາດເວົ້າໄດ້ວ່າຈະເກັບໄດ້ຕາມແຜນ ຫຼື ບໍ່ເພາະໄລຍະເດືອນມັງກອນທີ່ຜ່ານມາປາກົດ ວ່າ ລົດຂົນສົ່ງສິນຄ້າຕ່າງໆ ຖືວ່າມີໜ້ອຍຫຼາຍ ຍ້ອນໄດ້ຮັບຜົນກະທົບຈາກພະຍາດສາຍພັນ ໃໝ່ທີ່ແຜ່ລະບາດຢູ່ ສປ ຈີນ.

ຂ່າວ-ພາບ: ວຽງຈັນທາຍ

Related Articles

Leave a Reply