Vientiane Times Lao
ບຸນນະມັດສະການພະທາດ ສີໂຄດຕະບອງ ມີຫຼາຍຢ່າງ ທີ່ໜ້າສົນໃຈໃຫ້ເບິ່ງ

ບຸນນະມັດສະການພະທາດ ສີໂຄດຕະບອງ ມີຫຼາຍຢ່າງ ທີ່ໜ້າສົນໃຈໃຫ້ເບິ່ງ

ບຸນນະມັດສະການພະທາດສີໂຄດຕະບອງ ແລະ ງານຕະຫຼາດນັດວາງສະແດງສິນຄ້າປະຈຳປີ 2020 ແມ່ນໄດ້ເລີ່ມື້ນີ້ວັນທີ 4 ກຸມພາ ແລະ ຈະປິດລົງໃນວັນທີ 8 ໃນເດືອນດຽວກັນ.

ໃນງານ ມີຫຼາຍກິດຈະກຳທາງດ້ານວັດທະ ນະທຳ ແລະ ຮີດຄອງປະເພນີທີ່ໜ້າສົນໃຈ.

ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ ແຂວງ ຄໍາມ່ວນ ໄດ້ກ່າວວ່າ: ງານ ບຸນປີນີ້ແມ່ນເລີ່ມແຕ່ວັນທີ 4 ກຸມພາ ເຊິ່ງມີການເປີດງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າຢ່າງເປັນທາງການ.

ໃນນັ້ນ ວັນທີ 6 ຈະໄດ້ມີການຕັກບາດຖວາຍສັງຄະທານຢູ່ຫໍພະຍາສີໂຄດຕະບອງ, ວັນທີ 7 ເລີ່ແຕ່ ເວລາ 12 ໂມງ ເຕົ້າໂຮມມວນຊົນຢູ່ຫ້ອງວ່າການປົກຄອງເມືອງ ທ່າແຂກກະກຽມແຫ່ຜາສາດເຜີ້ງລົງທາດເມືອງເກົ່າ ແລະ ໃນວັນທີ 8 ແມ່ນຈະໄດ້ຕັກບາດຖວາຍສັງຄະທານຢູ່ຫໍພະທາດສີໂຄດຕະບອງ.

ພ້ອມນັ້ນ ຍາມຄໍ່າຄືນຂອງວັນທີ 6- 8 ກຸມພາ ກໍ່ຈະມີການສະແດງ ລະປະຂອງບັນດານ້ອງນ້ອຍ ເຍົາວະຊົນທີ່ມາຈາກ 10 ຕົວເມືອງ, ໂຮງຮຽນອ້ອມຂ້າງ, ສູນວັດທະນະທຳເດັກ, ຄະນະໝໍລຳ ແລະ ກິດຈະກຳອື່ນໆ. ພິເສດປີນີ້ໄດ້ເຊີນຄະນະໝໍລຳສີພັນດອນມາສະແດງພາຍໃນງານອີກດ້ວຍ ເພື່ອສ້າງໃຫ້ມີບັນຍາກາດຄຶກຄື້ນ, ທັງເປັນການຊຸກຍູ້ສົ່ງເສີມຄວາມສາມາດ ແລະ ປົກປັກຮັກສາລະປະພື້ນເມືອງລາວ ແລະ ໃຫ້ບັນດາທ່ານທີ່ມາທ່ຽວຊົມງານໄດ້ເຫັນເຖິງຄຸນຄ່າຂອງວັດທະນະທຳລາວ.

ຂາ່ວ: ບົວຜັນ

ພາບ: TK Strong

Related Articles

Leave a Reply