Vientiane Times Lao
ຍັງບໍ່ພົບຜູ້ຕິດເຊື້ອ ໂຄໂຣນາໄວຣັດ ຢູູ່ ຫຼວງພະບາງ

ຍັງບໍ່ພົບຜູ້ຕິດເຊື້ອ ໂຄໂຣນາໄວຣັດ ຢູູ່ ຫຼວງພະບາງ

ປະຈຸບັນ ຍັງບໍ່ມີນັກທ່ອງທ່ຽວ ສປ ຈີນ ຕິດເຊື້ອພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ (ໂຄໂຣນາໄວຣັດ) ເຂົ້າມາທ່ອງທ່ຽວ ຢູ່ ແຂວງຫຼວງພະບາງ ເທື່ອ.

ດຣ ບູນຍະສິດ ຄົງສຳພັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດໃນວັນທີ່ 5 ກຸມພານີ້ີ້ ວ່າ: ອິງຕາມການປະສານງານ ຈາກເຈົ້າ​ໜ້າ­ທີ່​ພະ​ແນກ​ຕຳ­ຫຼວດ​ຈະ­ລາ­ຈອນ ແຂວງຫຼວງພະບາງ ໄດ້ພົບລົດຈີນ ທີ່ມາຈາກເມືອງ ອູຫັ້ນ ສປ ຈີນ ຈຳນວນໜຶ່ງຄັນ ສີຂາວ ໃນວັນທີ 3 ກຸມພາ 2020 ເວລາ 9: 00 ເຊົ້າ.

ດັ່ງນັ້ນ ພະແນກສາທາລະນະສຸກແຂວງ ຈິ່ງໄດ້ແຕ່ງທິມງານແພດ ລົງສອບສວນ ໃນວັນດັ່ງກ່າວ ຜ່ານການສອບສວນພົບວາ່ : ມີຈຳນວນນັກທ່ອງທ່ຽວທັງໝົດມານຳລົດດັ່ງກ່າວ 4 ຄົນ (ຍິງ1ຄົນ) ຊຶ່ງໄດ້ເດີມທາງເຂົ້າມາໃນວັນທີ 20 ມັງກອນ 2020 ຜ່ານການກວດຂອງທິມງານແພດ ເຫັນວ່າ ນັກທ່ອງທ່ຽວດັ່ງກ່າວ ແມ່ນມີສຸຂະພາບແຂງແຮງດີ  ຊຶ່ງບໍ່ມີອາການສະແດງສົ່ງໃສ ກ່ຽວກັບຕິດເຊື້ອພະຍາດ ໂຄໂຣນາໄວຣັດ ສາຍພັນໃໝ່.

ໄລຍະນັກທ່ອງທ່ຽວດັ່ງກ່າວ ເຂົ້າມາທ່ຽວລາວ ແຕ່ວັນທີ 20 ມັງກອນ 2020 ຫາ ວັນທີ 3 ກຸມພາ 2020 ແມ່ນຄົບ 14 ວັນແລັວ ຊຶ່ງຄົບໄລຍະບົ່ມເຊື້ອພະຍາດດັ່ງກ່າວ ສະນັ້ນຈິ່ງເວົ້າໄດ້ວ່າ ຄົນຈີນທັງ 4 ບໍ່ໄດ້ຕິດເຊື້ອພະຍາດ ໂຄໂຣນາໄວຣັດ ສາຍພັນໃໝ່.

ສ່ວນ ສະຖານກົງສູນ ສປ ຈີນ ແຈ້ງມາວ່າ: ມີຊາວຈີນຈໍານວນ 27 ຄົນ ເຂົ້າມາທ່ອງທ່ຽວ ຢູ່ ຫຼວງພະບາງ ໃນວັນທີ 28-30 ມັງກອນ 2020  ພາຍຫຼັງກັບເຖິງປະເທດຈີນແລ້ວ ໃນຈຳນວນ 27 ຄົນນັ້ນ ເຊຶ່ງມີ 1 ຄົນ ກວດພົບວາ່ ຕິດເຊື້ອພະຍາດ ໂຄໂຣນາໄວຣັດ ສາຍພັນໃໝ່.

ສໍາລັບ ສະຖານທີ່ ຜູ້ກ່ຽວໄປທ່ອງທ່ຽວ ຢູ່ຫຼວງພະບາງ,  ທາງທິມງານແພດ ໄດ້ລົງຕິດຕາມສອບສວນ ຄົ້ນຫາກໍລະນີສົງໃສ ແຕ່ບໍພົບຈັກກໍລະນີ. ດັ່ງນັ້ນທາງເຈົ້າໜ້າທີ່ ສາທາລະນະສຸກແຂວງ ກໍໄດ້ມີການເຜົ້າລະວັງ ໂດຍໃຫ້ຜູ້ໃກ້ຊິດ ກັບກຸ່ມນັກທ່ອງທ່ຽວຈີນ ດັ້ງກ່າວນັ້ນ ລາຍງານ ສຸຂະພາບ ຕົນເອງທຸກວັນ ຈົນຄົບ 14 ວັນ ນັບແຕ່ວັນທີ 31 ມັງກອນ 2020 ຫາ ວັນທີ 15 ກຸມພາ 2020. ສະຫຼູບແລ້ວ ປະຈຸບັນ ຍັງບໍມີຜູ້ຕິດເຊື້ອ ພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ຢູ່ ແຂວງຫຼວງພະບາງ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply