ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການດ່ວນ ມື້ນີ້ ວັນທີ 7 ກຸມພານີ້ ວ່າດ້ວຍ ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ, ຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ສວຍໂອກາດຂຶ້ນລາຄາ ອຸປະກອນການແພດ ທີ່ນຳໃຊ້ເຂົ້າໃນການປ້ອງກັນ ການແຜ່ລະບາດຂອງພະຍາດອັກເສບປອດ ຈາດເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່.
ແຈ້ງການສະບັບນີ້ ວ່າ: ກຳນົດລາຄາຂາຍຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດຢາງຢືດທຸກລຸ້ນ ສູງສຸດບໍ່ໃຫ້ເກີນ 25. 000ກີບ/ກັບ (01 ກັບ ມີ 50 ອັນ), ຖ້າແຍກອອກຂາຍຍ່ອຍ ຕ້ອງຂາຍໃນລາຄາບໍ່ໃຫ້ເກີນ 1.000ກີບ/ອັນ ໃນທົ່ວປະເທດ.
ຖ້າບຸກຄົນໃດ ຫາກພົບເຫັນຜູ້ປະກອບການລະເມິດແຈ້ງການສະບັບນີ້ ແມ່ນໃຫ້ແຈ້ງເຖິງເບີໂທສາຍດ່ວນ ປົກປ້ອງຜູ້ນໍາໃຊ້ 1510 ແລະ ສາຍດ່ວນລັດຖະບານ 1516 ແລະ ຖ້າຜູ້ລະເມີດຂຶ້ນລາຄາຈະຖືກປະຕິບັດມາດຕະການ ຕາມກົດໝາຍ ທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ.
ຂ່າວ: ວຽງຈັນທາຍ
ພາບ: Xinhua