ກະຊວງສາທາລະນະສຸກໄດ້ຊີ້ແຈ້ງໃນຕອນບ່າຍຂອງມື້ວັນທີ 08 ກຸມພາ 2020 ນີ້ວ່າ ກໍລະນີ ສົງໄສພະຍາດປອດອັກເສບຈາກເຊື່ອຈຸລະໂລກ ໂຄໂຣນາໄວຮັດສາຍພັນໃໝ່ 2019 ຫຼື 2019-nCoV ທັງໝົດໃນ ສປປ ລາວ ມີ 18 ກໍລະນີ ແລະ ຜ່ານການກວດຕົວຢ່າງທັງໝົດ ຖືວ່າເປັນລົບບໍ່ພົບເຊື້ອດັ່ງກ່າວ.
ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບ ຄຸມພະຍາດຕິດຕໍ່ ໄດ້ລາຍງານວ່າ: ວັນທີ 07 ກຸມພາ ມີການລາຍງານກໍລະນີສົງໄສ 6 ກໍລະນີ ແລະ ທັງ 6 ຕົວຢ່າງ ໄດ້ກວດບໍ່ພົບເຊື້ອ 2019-nCoV, ມາຮອດປັດຈຸບັນຄືມື້ນີ້ໄດ້ກວດ ທັງໝົດ 18 ກໍລະນີ ແລະ ທັງໝົດກໍ່ເປັນຜົນລົບ ຈຶ່ງສະຫຼຸບໄດ້ວ່າ ສປປ ລາວ ຍັງບໍ່ພົບພະຍາດ ດັ່ງກ່າວ.
ແຕ່ເຖິງຢ່າງໃດກໍ່ຕາມ ທາງກະຊວງສາທາລະນະ ສຸກໄດ້ມີການຕິດຕາມຢ່າງໃກ້ຊິດບັນດາກໍລະນີ ສົງໄສທີ່ມີອາການທາງລະບົບຫາຍໃຈທີ່ແຂວງ ຜົ້ງສາລີ.
ທ່ານ ດຣ ຣັດຕະນະໄຊ ໄດ້ອະທິບາຍຕື່ມວ່າ ການອອກຂ່າວຂອງບາງສື່ຢູ່ສັງຄົມອອນລາຍຄື ‘ແຂວງຜົ້ງສາລີ ມີຜູ້ຕ້ອງສົງໄສຕິດໄຂ້ໂຄໂຣນາ ຈຳນວນ 24 ຄົນ ແລະ ໃນໄລຍະທີ່ມີການລະ ບາດຂອງພະຍາດໄດ້ມີຜູ້ເສຍຊີວິດ 3 ຄົນ’ ແມ່ນບໍ່ໄດ້ມີການເກັບຕົວຢ່າງໄປວິໄຈແຕ່ຢ່າງໃດ.
ກ່ຽວກັບເຫດການດັ່ງກ່າວ, ທາງສູນວິເຄາະ ແລະ ລະບາດວິທະຍາ ໄດ້ມີການປະຊຸມດ່ວນ ທາງໂທລະສັບ ເພື່ອສອບຖາມຄືນຕໍ່ສະພາບ ການດັ່ງກ່າວ ແລ້ວພົບວ່າ ມີຄົນເຈັບຈຳນວນ 27 ຄົນ ທີ່ເຂົ້າກັບອາການຄ້າຍຄືໄຂ້ຫວັດໃຫຍ່ ໃນຈຳນວນດັ່ງກ່າວນີ້ມີການເສຍຊິວິດ 3 ຄົນ. ທີມງານຂັ້ນແຂວງໄດ້ລົງສອບຖາມໃນເບື້ອງຕົ້ນ ໃນວັນທີ 04 ກຸມພາ ແລະ ໄດ້ເກັບຕົວຢ່າງຈາກ ຜູ້ທີ່ຍັງມີການເຈັບເປັນຈຳນວນ 6 ຄົນ ເພື່ອມາ ວິເຄາະຊອກຫາເຊື້ອໄຂ້ຫວັດໃຫຍ່ (Influenza A) ແຕ່ຜົນກໍ່ອອກມາເປັນລົບ. ພ້ອມດຽວກັນ ທາງສູນກໍ່ຍັງສືບຕໍ່ວິເຄາະກວດຫາເຊື້່ອ 2019 nCoV ແຕ່ຜົນກໍ່ອອກມາເປັນຜົນລົບເຊັ່ນກັນ.
ແນວໃດກໍ່ຕາມທາງກະຊວງສາທາລະນະສຸກຍັງ ໄດ້ສົ່ງທີມງານສູນກາງລົງຕິດຕາມ ແລະ ສອບ ຖາມຄືນບັນດາຄົນເຈັບທັງໝົດ ແລະ ບ້ານໃກ້ ຄຽງ ຖ້າມີຄວາມຄືບໜ້າແນວໃດ ທາງກະຊວງ ຈະແຈ້ງຄືນໃຫ້ປະຊາຊົນຊາບຕື່ມ.
ທ່ານ ດຣ ຣັດຕະນະໄຊ ຍັງໄດ້ກ່າວເຖິງການ ຕິດຕາມບັນດາ ກໍລະນີພວກທີ່ໃກ້ຊິດ ແລະ ສໍາຜັດກັບຄົນຈີນທີ່ມີມາທ່ຽວລາວ ແລ້ວກວດ ພົບວ່າຕິດເຊື່ອ 2019 nCoV ພາຍຫຼັງຜູ້ກ່ຽວ ໄດ້ກັບເມືອ ສປ ຈີນ ນັ້ນແມ່ນ ພວກກຽ່ວຍັງ ບໍ່ມີອາການໃດໆທີ່ໜ້າເປັນຫ່ວງ.
ນອກຈາກນີ້ ທາງລັດຖະບານແຫ່ງ ສປປ ລາວ ກໍ່ຄືກະຊວງສາທາລະນະສຸກ ຍັງໄດ້ສະແດງ ຄວາມເສຍໃຈຢ່າງສຸດຊຶ້ງ ໃນການສູນເສຍບຸກ ຄະລາກອນທາງການແພດ (Dr Li Wenliang) ຂອງໂຮງໝໍຢູ່ອູຮັ້ນ ທີ່ເສຍຊີວິດຍ້ອນຕິດເຊື້ອ 2019-nCoV ເຊິ່ງລາວຖືວ່າເປັນອີກຄົນໜຶ່ງທີ່ ຕໍ່ສູ້ກັບການລະບາດໃນຄັ້ງນີ້.
ສະພາບຂອງພະຍາດອັກເສບປອດຈາກເຊື້ອຈຸ ລະໂລກສາຍພັນໃໝ່ nCoV ມາຮອດ ວັນທີ 07 ກຸມພາ 2020 ຢູ່ ສປ ຈີນ ມີລາຍງານທັງໜົດ 34,546 ຕິດເຊື້ອ, ເສຍຊີວິດ 720 ກໍລະນີ, ເຈັບ ໜັກ 6,101 ກໍລະນີ ຊຶ່ງມີລາຍງານຈາກ 31 ແຂວງໃນ ສປ ຈີນ.
ນອກຈາກ ສປ ຈີນ ພະຍາດດັ່ງກ່າວ ຍັງພົບກໍລະ ນີຢູ່ໃນ 24 ປະເທດໃນທົ່ວໂລກ.
ຂ່າວ: ສຸກນີລັນດອນ