Vientiane Times Lao
ແຂວງອັດຕະປືຍັງມີຄວາມຫຍຸ້ງຍາກໃນ ການຜະລິດກະສິກໍາ

ແຂວງອັດຕະປືຍັງມີຄວາມຫຍຸ້ງຍາກໃນ ການຜະລິດກະສິກໍາ

ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະ ປືໄດ້ແຈ້ງໃຫ້ຮູ້ວ່າ: ສະພາບລວມໃນການຈັດຕັ້ງ ປະຕິບັດວຽກງານ ການຜະລິດກະສິກໍາ ແລະ ປ່າໄມ້ປະຈໍາປີ 2019 ເຫັນວ່າ ເນື້ອທີ່ປູກເຂົ້າ, ປູກພືດ ຕົ້ນໄມ້ໃຫ້ໝາກ, ລ້ຽງສັດ ແມ່ນບໍ່ໄດ້ ຕາມແຜນທີ່ວາງໄວ້ຍ້ອນພົບກັບໄພແຫ້ງແລ້ງ, ການລະບາດຂອງພະຍາດອະຫິວາໝູ, ພະຍຸ ແລະ ມີກຸ່ມຄົນບໍ່ດີທີ່ໂຄສະນາບິດເບືອນ, ປັ່ນປ່ວນ ທີ່ສ້າງຄວາມຫຍຸ້ງຍາກ ຕໍ່ການຜະ ລິດກະສິກໍາ ແລະ ປ່າໄມ້.

ທ່ານບຸນເສີດ ເສດທິລາດ ຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ກ່າວ ຕໍ່ທີມງານຂ່າວວຽງຈັນທາຍໃນບໍ່ດົນມານີ້ວ່າ: ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ແມ່ນຖືເອົາວຽກງານກະສິກໍາ ແລະ ປ່າໄມ້ ແລະ ການລ້ຽງສັດເປັນທ່າແຮງ ໂດຍສະເພາະແມ່ນ ການຜະລິດເຂົ້າ, ສາລີແຂງ, ມັນຕົ້ນ, ກາເຟ, ພືດຜັກຕ່າງໆ, ກ້ວຍ, ພິກໄທ, ຕົ້ນໄມ້ໃຫ້ໜາກ, ຢາງພາລາ, ນໍ້າມັນປາມ, ອ້ອຍ ແລະ ອື່ນໆ. ສະເພາະການລຽ້ງສັດແມ່ນເອົາການລຽ້ງສັດ ໃຫຍ່ ແລະ ສັດປີກ. ສ່ວນສິນຄ້າກະສິກໍາທີ່ສົ່ງອອກໄປຕ່າງປະເທດ ປະກອບມີໜາກກ້ວຍ, ອ້ອຍ, ມັນຕົ້ນ, ກາເຟ, ໝາກກ້ຽງ, ໜາກໂອ, ໜາກມັງກອນ, ໜາກໜອດສົດ, ໝາກຂາມປຽກ, ຂີ້ຢາງພາລາ, ພິກໄທ, ຢາງພາລາ ທີ່ສົ່ງອອກໄປປະເທດ ຫວຽດນາມ, ຈີນ ແລະ ອີຢູ.

ທ່ານບຸນເສີດໄດ້ກ່າວຕື່ມວ່າ: ເຖີງແມ່ນວ່າ ວຽກງານກະສິກໍາ ແລະ ປ່າໄມ້ພາຍໃນແຂວງ ອັດຕະປືໃນປີ 2019 ຈະມີຫຼາຍວຽກງານ ທີ່ປະຕິບັດໄດ້ດີ ແຕ່ກໍ່ຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຫຼາຍຢ່າງທີ່ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ໃນປີ 2020 ໂດຍສະເພາະຄວາມຮູ້ຄວາມສາ ມາດຂອງພະນັກງານວິຊາການຍັງມີຂີດຈໍາກັດ, ການຈັດຕັ້ງບາງວຽກງານຍັງບໍ່ເປັນໂຄງການ ລະອຽດ, ຂອດປະສານງານລະຫວ່າງຂະແໜງ ການຂັ້ນແຂວງ ແລະ ຂັ້ນເມືອງຍັງບໍ່ທັນກົມ ກຽວກັນເທົ່າທີ່ຄວນ, ໄພທໍາມະຊາດ ແລະ ສັດຕູພືດຍັງຂົ່ມຂູ່ ທໍາລາຍຜົນຜະລິດຂອງ ປະຊາຊົນ, ຊາວກະສິກອນເຖິງແມ່ນວ່າທາງວິຊາ ການຈະມາແນະນໍາ-ຝຶກອົບຮົມໃຫ້ຄວາມຮູ້ທາງດ້ານວິຊາການດ້ານການຜະລິດກະສິກໍາ ແຕ່ບໍ່ພາ ກັນປະຕິບັດ ຍັງເຮັດການຜະລິດແບບຮີດ ເກົ່າຄອງເດີມ, ດ້ານນິຕິກໍາຈໍານວນໜື່ງຍັງບໍ່ທັນ ສອດຄ່ອງກັບສະພາບ ແລະ ຄວາມເປັນຈິງໃນ ປັດຈຸບັນ, ການລົງໃກ້ຊິດຕິດແທດຂອງພະນັກ ງານວິຊາການກະສິກໍາ ກັບຊາວກະສິກອນຍັງ ບໍ່ທົ່ວເຖີງ ບໍ່ຕໍ່ເນື່ອງ ແລະ ບໍ່ທັນຕິດແທດກັບ ທ້ອງຖິ່ນ, ຄວາມເປັນເຈົ້າການໃນການແກ້ໄຂ ໄພພິບັດຍັງບໍ່ທັນພຽງພໍ, ຂອດກົນໄກການຈັດ ຕັ້ງປະຕິບັດບໍ່ທັນໄດ້ດີ ແລະ ຂາດງົບປະມານ ໃນການລົງເກັບກໍາຂໍ້ມູນ.

ສິ່ງສໍາຄັນອີກອີກອັນໜຶ່ງ, ສິ່ງອຸປະສັກທີ່ຮ້າຍ ແຮງໄປກວ່ານັ້ນ ແມ່ນຍັງມີກຸ່ມປໍລະປັກ ຫຼື ກຸ່ມຄົນທີ່ບໍ່ ຫວັງດີທາງພາຍໃນ ແລະ ຕ່າງປະ ເທດ ທີ່ຍັງໂຄສະນາຍຸແຍ່, ປັ່ນປ່ວນບິດເບືອນ ຄວາມເປັນ ຈິງຕໍ່ວຽກງານກະສິກໍາ ທີ່ຕ້ອງ ໄດ້ເລັ່ງແກ້ໄຂໃນຕໍ່ໜ້າ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply