Vientiane Times Lao
ໄຟໄໝ້ລາມປ່າ ແລະ ຈູດຂີ້ເຫຍື້ອຊະຊາຍແມ່ນບັນຫາຫຼັກທີ່ກໍ່ໃຫ້ເກີດມົນລະພິດ

ໄຟໄໝ້ລາມປ່າ ແລະ ຈູດຂີ້ເຫຍື້ອຊະຊາຍແມ່ນບັນຫາຫຼັກທີ່ກໍ່ໃຫ້ເກີດມົນລະພິດ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ອອກແຈ້ງການໃນເມື່ອບໍ່ດົນມານີ້ ເຖິງ ບັນດາ ກະຊວງ ທີ່ກ່ຽວຂ້ອງໃຫ້ເພີ່ມທະວີໃນການປ້ອງກັນ, ຮັບມືກ່ຽວກັບໄຟໄໝ້ລາມປ່າ, ປ້ອງກັນມົນລະພິດຈາກໄຟໄໝ້ປ່າ, ຈາກການຈູດຂີ້ເຫຍື້ອ ແລະ ຈາກໂຮງງານອຸດສາຫະກໍາ ອັນເປັນສາເຫດຕົ້ນຕໍທີ່ກໍ່ໃຫ້ເກີດມົນລະພິດຝຸ່ນລະອອງຂະໜາດນ້ອຍ (PM2.5).

ແຈ້ງການໄດ້ລະບຸໄວ້ວ່າ ເຫັນດີຕາມຂໍ້ສະເໜີຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນການປ້ອງກັນ, ເຝົ້າລະວັງ ແລະ ຮັບມືກັບການເກີດໄຟໄໝ້ລາມປ່າ ຢູ່ປ່າຕ່າງໆໃນຂອບເຂດທົ່ວປະເທດ ແລະ ຢູ່ສະໜາມຂີ້ເຫຍື້ອ ເພື່ອຫຼຸດຜ່ອນມົນລະພິດຝຸ່ນລະອອງຂະໜາດນ້ອຍ ໂດຍມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ປະຕິບັດຕາມແຜນປ້ອງກັນ, ສະກັດກັ້ນ ແລະ ຮັບມືໄຟໄໝ້ລາມປ່າ, ເຝົ້າລະວັງການຈູດປ່າເຮັດໄຮ່, ການຈດຕໍເຟືອງ. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັບນະຄອນຫລວງວຽງຈັນ ແລະ ບັນດາແຂວງຕ່າງໆໃນຂອບເຂດທົ່ວປະເທດໃນການເກັບກໍາຂໍ້ມູນ ແລະ ກວດກາສະໜາມຂີ້ເຫຍື້ອ ຂອງບັນດາເມືອງ ພ້ອມທັງເພີ່ມທະວີຕິດຕາມ ແລະ ເຝົ້າລະວັງການຈູດຂີ້ເຫຍື້ອຊະຊາຍ ແລະ ການເກີດແກດເມຕານ, ໄບໂອແກດ ຈາກການໝັກ ແລະ ການຍ່ອຍສະຫຼາຍຂອງສານອິນຊີໃນຂີ້ເຫຍື້ອຊຶ່ງມີຄວາມສ່ຽງທີ່ຈະເກີດໄຟໄໝ້ສະໜາມຂີ້ເຫຍື້ອ ພ້ອມທັງການສ້າງສະໜາມຂີ້ເຫຍື້ອທີ່ໄດ້ມາດຕະຖານ ແລະ ນໍາໃຊ້ລົດຂົນຂີ້ເຫຍື້ອທີ່ມີຄຸນນະພາບ ແລະ ອື່ນໆ. ໃຫ້ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວເປັນເຈົ້າໃນການໂຄສະນາ ເຜີຍແຜ່ກ່ຽວກັບສາເຫດ ແລະ ຜົນກະທົບຂອງໄຟໄໝ້ລາມປ່າ ແລະ ຢູ່ສະໜາມຂີ້ເຫຍື້ອ. ໃຫ້ກະຊວງສາທາລະນະສຸກຕິດຕາມຜົນກະທົບຕໍ່ສຸຂະພາບຂອງປະຊາຊົນພ້ອມທັງແນະນໍາວິທີປ້ອງກັນ ແລະ ປິ່ນປົວເມື່ອໄດ້ຮັບຜົນກະທົບ. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າໃນການເກັບກໍາ ແລະ ຂຶ້ນບັນຊີບັນດາໂຮງງານອຸດສາຫະກໍາ ພ້ອມທັງຕິດຕາມກວດກາການປ່ອຍມົນລະພິດຈາກໂຮງງານ ແລະ ບໍ່ໃຫ້ເອົາສິ່ງເສດເຫຼືອຈາກການຜະລິດອຸດສາຫະກໍາໄປຖິ້ມປະປົນກັບສິ່ງເສດເຫຼືອທົ່ວໄປ ພ້ອມທັງມີມາດຕະການຄຸ້ມຄອງ. ໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດສັນ ແລະ ຊອກຫາງົບປະມານເພື່ອຕິດຕັ້ງເຄື່ອງວັດແທກຄຸນນະພາບຂອງອາກາດໃນເຂດທີ່ມີຄວາມສ່ຽງ ແລະ ລາຍງານຄຸນນະພາບຂອງອາກາດເປັນປົກກະຕິ ພ້ອມທັງສ້າງນິຕິກໍາ, ຄູ່ມືເພື່ອປ້ອງກັນ ຫຼຸດຜ່ອນຜົນກະທົບ ແລະ ກໍານົດມາດຕະການຕໍ່ຜູ້ລະເມີດ. ໃຫ້ນະຄອນຫລວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດໃຫ້ຄວາມຮ່ວມມືໃນການຕິດຕາມ, ເຝົ້າລະວັງ ແລະ ຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນບັນຫາໄຟໄໝ້ລາມປ່າ, ການຈູດຂີ້ເຫຍື້ອຊະຊາຍ, ການຈູດຕໍເຟືອງ ພ້ອງທັງໃຫ້ຊອກຫາແຫຼ່ງທີມາຂອງມົນລະພິດ ແລະ ມີມາດຕະການຕໍ່ຜູ້ລະເມີດ.

ຂ່າວ : ວຽງຈັນທາຍ 

Related Articles

Leave a Reply