ການປູກພືດຜັກເປັນສິນຄ້າ ເປົ້າໝາຍຫຼັກເພື່ອຈະຫັນປ່ຽນຊີວິດການເປັນຢູ່ຂອງປະຊາຊົນຈາກການຖາງປ່າເຮັດໄຮ່ທີ່ເລື່ອນລອຍ ຢູ່ ແຂວງໄຊສົມບູນ.
ທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄອບຄົວຕົວແບບກຸ່ມຜະລິດກະສິກຳອິນຊີ ຢູ່ບ້ານນໍ້າຍອນ ເມືອງອະນຸວົງ ໃນວັນທີ 8 ກຸມພາ ທີ່ຜ່ານມາ ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນມີຄວາມກະຕືລືລົ້ນ, ຫ້າວຫັນ ໃນການພັດທະນາເສດຖະກິດຄອບຄົວ ຕາມແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ.
ຄອບຄົວຕົວແບບກຸ່ມຜະລິດກະສິກຳອິນຊີ ຢູ່ບ້ານດັ່ງກ່າວແມ່ນເນັ້ນໃສ່ຜະລິດກະສິກຳສະອາດ ແລະ ປອດສານພິດ ຊຶ່ງພະແນກກະສິກຳ ແລະ ປ່າໄມ້ ແຂວງ ພ້ອມດ້ວຍພາກສ່ວນທີ່ຂ້ອງ ໄດ້ແນະນຳ ແລະ ໃຫ້ຄວາມຮູ້ ດ້ານເຕັກນິກວິຊາການ ໂດຍສະເພາະ ວິທີການປູກ, ການໃສ່ຟູ່ນ, ການບົວລະບັດ ເພື່ອໃຫ້ປະຊາຊົນຫັນຈາກການຜະລິດແບບທຳມະຊາດ, ປະຖົມປະຖານ ກ້າວເຂົ້າສູ່ເຕັກນິກທີ່ທັນສະໄໝ, ມີປະສິດທິພາບ ແລະ ໄດ້ຮັບຜົນຜະລິດດີ ແນໃສ່ເຮັດໃຫ້ເຂົາເຈົ້າຫັນຈາກການຖາງປ່າເຮັດໄຮ່ແບບຊະຊາຍ ແລ້ວຫັນມາປູກພືດຜັກຜະລິດເປັນສິນຄ້າ ທີ່ໝັ້ນທ່ຽງ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ ໃຫ້ຖືກຕ້ອງຕາມຫຼັກວິທະຍາສາດ ແລະ ທັນສະໄໝ. ສຳລັບພືດຜັກທີ່ປະຊາຊົນຜະລິດ ສ່ວນໜຶ່ງແມ່ນບໍລິສັດພູເບ້ຍມາຍນິງ ເປັນຜູຮັບຊື້, ສ່ວນໜຶ່ງແມ່ນສົ່ງຂາຍນະຄອນຫຼວງວຽງຈັນ ແລະ ຈຳນວນໜຶ່ງແມ່ນສົ່ງຂາຍພາຍໃນ ແຂວງໄຊສົມບູນ.
ຂ່າວ: ວຽງຈັນທາຍ