ຖືວ່າເປັນຂ່າວດີ ສຳລັບປະຊາຊົນ ແຂວງບໍ່ແກ້ວ ໂດຍສະເພາະແມ່ນຜູ້ທີ່ເປັນພະຍາດໜາກໄຂ່ຫຼັງ ເພາະນັບແຕ່ນີ້ຕໍ່ໄປ ຜູ້ທີ່ເປັນພະຍາດດັ່ງກ່າວ ບໍ່ຈຳເປັນຕ້ອງເດີນທາງໄປປິ່ນປົວ ຢູ່ໂຮງໝໍອື່ນໆ ໂດຍສະເພາະຢູ່ໂຮງໝໍໃຫຍ່ຢູ່ນະຄອນຫຼວງວຽງຈັນ ເພາະປັດຈຸບັນນີ້ ໂຮງໝໍ ແຂວງບໍ່ແກ້ວໄດ້ມີຫ້ອງ ແລະ ເປີດໃຫ້ບໍລິການຟອກໄຂ້ຫຼັງໄດ້ແລ້ວ.
ທ່ານ ດຣ ອານຸສິດ ສີລິສັກ ຮອງອຳນວຍການໂຮງໝໍແຂວງບໍ່ແກ້ວໄດ້ກ່າວໃນພິທີເປີດການໃຫ້ບໍລິການຫ້ອງຟອກໄຂ່ຫຼັງ ທີ່ໄດ້ຈັດຂຶ້ນໃນ ວັນທີ 13 ກຸມພາ 2020 ທີ່ໂຮງໝໍແຂວງບໍ່ແກ້ວວ່າ: ເພື່ອປະຕິບັດເນື້ອໃນຂອງວຽກງານ 5 ດີ 1 ພໍໃຈ, ກະຊວງສາທາລະນະສຸກ ກໍ່ຄືກົມປິ່ນປົ່ວ ຈຶ່ງໄດ້ມອບອຸປະກອນ ເຄື່ອງຟອກໄຂ່ຫຼັງ 2 ເຄື່ອງ ແລະ ມີການຕິດຕັ້ງມາແລ້ວແຕ່ປີ 2019, ໄດ້ກະ ກຽມຫ້ອງຟອກ ແລະ ອຸປະກອນໃນຫ້ອງຟອກ (ກຽມລະບົບນໍ້າ RO), ຈັດສົ່ງທິມງານໝໍ, ພະຍາບານ ແລະ ຊ່າງສ້ອມແປງໄປຝຶກອົບຮົມ ຢູ່ປະເທດໄທ, ສຶກສາເບິ່ງຂັ້ນຕອນການປະຕິບັດຕົວຈິງ ຢູ່ ສສ ຫວຽດນາມ, ເຊີນອາຈານຈາກສູນກາງມາຊ່ວຍໃນເບື້ອງຕົ້ນ ຈົນສາມາດນໍາໃຊ້ເຄື່ອງ ແລະ ສາມາດເປີດໃຫ້ບໍລິການໃນມື້ນີ້.
ຂ່າວ: ຕິມໃຈ – ວຽງຈັນທາຍ
ພາບ: ບຸນເພັດ