Vientiane Times Lao
ໂຄງການຊ່ວຍເຫຼືອຈາກກອງທຶນພິເສດຈະຖືກພິຈາລະນາ ຢູ່ກອງປະຊຸມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5

ໂຄງການຊ່ວຍເຫຼືອຈາກກອງທຶນພິເສດຈະຖືກພິຈາລະນາ ຢູ່ກອງປະຊຸມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5

ໂຄງການຊ່ວຍເຫຼືອຈາກກອງທຶນພິເສດ ແມ່ນຫົວຂໍ້ໜຶ່ງທີ່ຈະຖືກນໍາເຂົ້າປຶກສາຫາລືກັນ ຢູ່ທີ່ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5, ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19-20 ກຸມພາ 2020 ທີ່ ນະຄອນຫລວງວຽງຈັນ, ສປປ ລາວ.

ອີງຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໂຄງການຊ່ວຍເຫຼືອຈາກກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສໍາລັບ ປີ 2019 ສປປ ລາວ ໄດ້ນຳສົ່ງບົດສະເໜີໂຄງການໃຫ້ຝ່າຍ ຈີນ ຈຳນວນ 74 ໂຄງການ, ມູນຄ່າ ຫຼາຍກວ່າ 27.5 ລ້ານ ໂດລາສະຫະລັດ ແລະ ກໍາລັງລໍຖ້າ ສປ ຈີນ ພິຈາລະນາ ແລະ ຈະປະກາດອະນຸມັດບັນດາໂຄງການຂອງປະເທດສະມາຊິກ ຢູ່ໃນກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງນີ້.

ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແມ່ນມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ມີທ່າອ່ຽງຈະຂະຫຍາຍການຮ່ວມມືໄປສູ່ລວງກວ້າງ ແລະ ລວງເລກເປັນຕົ້ນແມ່ນການເພີ່ມທະວີການຮ່ວມມືແບບລົງເລິກໃນຂະແໜງ ການຕ່າງໆ ລວມທັງການຂະຫຍາຍຂົງເຂດບູລິມະສິດຈາກ 5 ຂົງເຂດ ທີ່ມີຢູ່ໃນປະຈຸບັນ. ໃນອນາຄົດມໍ່ໆນີ້ ຄາດວ່າຈະມີການຂະຫຍາຍຂົງເຂດການຮ່ວມມືໃນຂະແໜງການສາທາລະນະສຸກ, ສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອື່ນໆ.

ຂ່າວ: ສີໃສ

Related Articles

Leave a Reply