ທ່ານໝໍ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໄດ້ອະທິບາຍຊີ້ແຈງກ່ຽວກັບຜົນກວດເຊື່ອຈຸລະໂລກໂຄໂຣນາທີ່ຫ້ອງວິເຄາະຂອງ ສປປ ລາວ ຕໍ່ບັນດາທ່ານທີ່ມີຄວາມສົນໃຈວ່າບັນດາປະທດໃກ້ຄຽງພົບຜູ້ຕິດເຊື້ອ ຍົກເວັ້ນ ສປປ ລາວ.
ທ່ານໝໍ ຣັດຕະນະໄຊ ມື້ວານນີ້ ວັນທີ 17 ໄດ້ຖະແຫລ່ງຂ່າວສື່ມວນຊົນ ແລະ ຢືນຢັນວ່າ ສປປ ລາວ ເຮົາມີຫ້ອງວິເຄາະທີ່ໄດ້ມາດ ຕະຖານສາກົນ ທີ່ສູນວິເຄາະ ແລະ ລະບາດວິທະຍາ ພ້ອມທັງສະຖາບັນປັດສະເຕີ, ໂຮງໝໍມະໂຫສົດ ແມ່ນມີຄວາມພ້ອມໃນການກວດວິເຄາະທັງສາມຢູ່ຂັ້ນສູນກາງ ແລະ ນອກນັ້ນພວກເຮົາຍັງມີເຄື່ອງກວດວິເຄາະແບບເຄື່ອນທີ່ຢູ່ແຂວງຫຼວງນໍ້າທາ ແລະ ແຂວງ ຫຼວງພະບາງ ເພື່ອຄວາມສະດວກວ່ອງໄວໃນການຊອກຫາເຊື້ອພະຍາດ. ສະນັ້ນໃຫ້ທຸກຄົນໜັ້ນໃຈໃນມາດຕະຖານການວິເຄາະຫາເຊື້ອຂອງພວກເຮົາ ອີກຢ່າງໜື່ງທີ່ສຳຄັນ ພວກເຮົາໄດ້ສົ່ງຕົວຢ່າງທີ່ກວດແລ້ວຢູ່ ສປປ ລາວ ໄປຫ້ອງວິເຄາະຢັ້ງຢືນຂອງ ອົງການອະນາໄມໂລກ ທີ່ປະເທດ ອົດສະຕຣາລີ ຈຳນວນ 20 ຕົວຢ່າງ ແລະ ທັງ 20 ຕົວຢ່າງ ກໍ່ໃຫ້ ຜົນລົບເຊັ່ນດຽວກັບຫ້ອງກວດວິເຄາະຂອງ ປະເທດລາວ ຄືເປັນຜົນລົບ.
ທ່ານໝໍ ຣັດຕະນະໄຊ ໄດ້ແຈ້ງຕື່ມອີກວ່າ: ສະພາບການລະບາດຂອງພະຍາດດັ່ງກ່າວໃນປະຈຸບັນ ຢູ່ ສປ ຈີນ ຮອດວັນທີ 16 ກຸມພາ ລາຍງານພະຍາດອັກເສບປອດທີ່ເກີດຈາກເຊື້ອ COVID-19 ມີລາຍງານທັງໜົດ 70,548 ກໍລະນີ (1,933 ລະນີໃໝ່ໃນແຂວງ ຫູເປີ່ຍ), ເສຍຊີວິດ 1,770 ກໍລະນີ, ກໍລະນີຮຸນແຮງ 10,644 ກໍລະນີ. ຜູ້ສຳຜັດໃກ້ຊິດທີ່ຢູ່ໃນການ ຕິດຕາມເຝົ້າລະວັງຂອງແພດໝໍ 150,539 ກໍລະນີ, ລາຍງານຈາກ 31 ແຂວງ.
ສຳລັບ ສປປ ລາວ: ກໍລະນີສົງໄສ 33 ກໍລະນີ, ແລະ ບໍ່ພົບເຊື້ອພະຍາດ 31 ຕົວຢ່າງ, ລໍຖ້າຜົນກວດຈາກແຂວງບໍ່ແກ້ວ 02 ຕົວຢ່າງ.
ຂ່າວ-ພາບ: ວຽງຈັນທາຍ