Vientiane Times Lao
ປາຕາຍຢູ່ນໍ້າລີກເກີດຈາກສານເຄມີຮົ່ວໄຫຼ

ປາຕາຍຢູ່ນໍ້າລີກເກີດຈາກສານເຄມີຮົ່ວໄຫຼ

ສາເຫດປາຕາຍຢູ່ນໍ້າລີກ ເມືອງກາສີ, ແຂວງວຽງຈັນ ໃນມື້ວັນທີ 17 ເດືອນກຸມພາ ແມ່ນຍ້ອນການຮົ່ວໄຫຼຂອງສານເຄມີທີ່ເຮັດໃຫ້ແຂງຕົວໄວຂອງຄອນກີດຈາກບໍລິສັດກໍ່ສ້າງໝຶ່ງໃນເມືອງກາສີ. 

ທ່ານ ສີທົນ ແສງພະຈັນ ເຈົ້າເມືອງກາສີໄດ້ກ່າວຕໍ່ທີມງານວຽງຈັນທາຍ ມື້ເຊົ້າວັນທີ 18 ກຸມພາ 2020 ວ່າ: ມາຮອດປະຈຸບັນສະພາບນໍ້າແມ່ນຢູ່ໃນເກນປົກກະຕິແລ້ວ ແລະ ບໍ່ພົບເຫັນປາຕາຍແລ້ວ ແຕ່ຍັງຕ້ອງຫ້າມ ບໍ່ໃຫ້ດຶ່ມ-ອາບນໍ້າ ແລະ ບໍລິໂພກປາຈາກແມ່ນໍ້າລີກເພາະຍັງລໍຖ້າຜົນກວດຄຸນນະພາບນໍ້າ ຈາກວິຊາການຫ້ອງການສິ່ງແວດລ້ອມ.

ທ່ານ ສີທົນ ໄດ້ກ່າວອີກຕື່ມວ່າ: ສະພາບປາຕາຍແມ່ນຫ່າງຈາກຈຸດທີ່ມີການກໍ່ສ້າງປະ ມານ 1 ກິໂລແມັດ. ປາຕາຍບໍ່ຫຼາຍ ມີແຕ່ປານ້ອຍເປັນສ່ວນຫລາຍ ປະມານ 5 ກິໂລ. ພາຍຫຼັງພົບເຫັນນໍ້າຂຸ່ນຜິດປົກກະຕິ ແລະ ມີປາຕາຍ ອຳນາດການປົກຄອງເມືອງ ແລະ ພາກ ສ່ວນກ່ຽວຂ້ອງກໍ່ໄດ້ລົງຕິດຕາມ ແລະ ກວດສອບຈຶ່ງພົບເຫັນສາເຫດດັ່ງກ່າວເກີດຈາກການຮົ່ວໄຫຼ ຈາກສານເຄມີທີ່ເຮັດໃຫ້ແຂງຕົວໄວຂອງຄອນກີດຈາກບໍລິສັດກໍ່ສ້າງ ແລະ ທາງວິຊາການຂອງບໍລິສັດກໍ່ຢືນຢັນແລ້ວວ່າແມ່ນແທ້ ຍ້ອນມີການຜິດພາດທາງເຕັກນິກໃນການກໍ່ສ້າງ.

ຂ່າວ: ວຽງຈັນທາຍ

ພາບ: ຫ້ອງການເມືອງກາສີ

Related Articles

Leave a Reply