ອົງການພັດທະນາສາກົນ (USAID) ປະເທດສະຫະລັດອາເມລິກາ ໂດຍຜ່ານສູນຄຸ້ມຄອງໄພພິບັດປະຈຳຂົງເຂດ ອາຊີປາຊີຟິກ ໃຫ້ການຊ່ວຍເຫຼືອ ເພື່ອສ້າງຄວາມເຂັ້ມແຂງໃນລະບົບຕິດຕາມພະຍາກອນອາກາດ ແຈ້ງຂ່າວເຕືອນໄພ ແລະ ການຄຸ້ມຄອງໄພພິບັດໃຫ້ແກ່ ສປປ ລາວ ມູນຄ່າ 145,932 ດອນລາ ສະຫະລັດ ໃນມື້ນີ້ ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
ບັນຫາໄພພິບັດ ແລະ ຄວາມສ່ຽງຈາກການປ່ຽນແປງຂອງດີນຟ້າອາກາດໃນ ສປປ ລາວ ມີຫຼາຍຢ່າງ ເຊັ່ນ: ນໍ້າຖ້ວມ, ແຜ່ນດິນໄຫວ, ລົມພະຍຸ, ການລະບາດຂອງພະຍາດ ແລະອື່ນໆໄດ້ເປັນສິ່ງທ້າທາຍຢ່າງໃຫຍ່ຫຼວງ ແລະ ຮຸນແຮງຂຶ້ນໃນແຕ່ລະປີ.
ໂຄງການດັ່ງກ່າວຍັງເປັນການຍົກລະດັບຂີດຄວາມສາມາດໃຫ້ແກ່ລະບົບການຕິດຕາມ ແລະ ການຄຸ້ມຄອງໄພພິບັດ ຂອງສູນປະສານງານດ້ານມະນຸດສະທຳຂອງ ອາຊຽນ (AHA center) ໃຫ້ມີຄວາມເຂັ້ມແຂງຂຶ້ນໃນການແບ່ງປັນ ແລະ ແລກປ່ຽນຂໍ້ມູນຂ່າວສານ ດ້ານການເຕືອນໄພ ແລະ ການຄຸ້ມຄອງໄພພິບັດ ຂອງອາຊຽນອີກດ້ວຍ.
ຂ່າວ-ພາບ: ຄຳພັນ