Vientiane Times Lao
ທູດຢີ່ປຸ່ນຈັດພິທີສະເຫຼີມສະຫຼອງວັນຄ້າຍ ວັນປະສູດຂອງສົມເດັດພະເຈົ້າຈັກກະພັດ ນາຣູຮີໂຕະ ຄົບຮອບ 60 ພັນສາ

ທູດຢີ່ປຸ່ນຈັດພິທີສະເຫຼີມສະຫຼອງວັນຄ້າຍ ວັນປະສູດຂອງສົມເດັດພະເຈົ້າຈັກກະພັດ ນາຣູຮີໂຕະ ຄົບຮອບ 60 ພັນສາ

ພະນະທ່ານ ທາເກວະກະ ເຄໂຊ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ປະເທດ ຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ຈັດ ງານລ້ຽງຂຶ້ນໃນຕອນຄ່ຳຂອງວັນທີ 18 ກຸມພາ 2020 ທີ່ບ້ານ ພັກຂອງທ່ານທູດທີ່ນະຄອນຫຼວງ ວຽງຈັນ.

ເປັນກຽດເຂົ້າຮ່ວມພິທີດັ່ງກ່າວໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ ທັງພາຍໃນ ແລະ ຕ່າງປະເທດ.

ໃນພິທີດັ່ງກ່າວ ທ່ານ ເອກອັກຄະລັດຖະທູດຍີ່ປຸ່ນ ທ່ານ ທາເກວະກະ ເຄໂຊ ແລະ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ຍັງໄດ້ຮ່ວມກັນເປີດປ້າຍ ໂລໂກ ສັນຍາລັກ ການພົວພັນທາງການທູດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ຄົບຮອບ 65 ປີ ແລະ ວາລະ 5 ປີ ຂອງສາຍພົວພັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ອີກດ້ວຍ. 

ຂ່າວ-ພາບ: ຄຳພັນ

Related Articles

Leave a Reply