ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 38 ປີ (16/02/1982-16/02/2020) ແລະ ຍ້ອງຍໍຜົນງານຄະນະສະເພາະກິດ ແລະ ພະນັກງານກວດກາສູນກາງພັກ ປະຈໍາປີ 2019 ທີ່ໄດ້ຈັດຂື້ນມື້ວານນີ້ ວັນທີ 18 ກຸມພາ 2020 ທີ່ ນະຄອນຫລວງວຽງຈັນ ນອກນັ້ນຍັງມີ ທ່ານ ປອ. ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ທອງລຸນ ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ນໍາຕໍ່ພິທີ ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ວຽກກວດກາ ເປັນວຽກທີ່ສຳຄັນ, ທ້າທາຍ ແລະ ສັບສົນ ເຮັດໃຫ້ປາສະຈາກບໍ່ໄດ້ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງໄດ້ສືບຕໍ່ແກ້ໄຂ. ນອກນັ້ນທ່ານໄດ້ເນັ້ນໜັກໃຫ້ອົງການກວດກາພັກ-ລັດ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກວດກາຕ້ານການສໍ້ລາດບັງຫຼວງ ໃນຂອບເຂດທົ່ວປະເທດ, ຖ້າພົບເຫັນປະກົດການຫຍໍ້ທໍ້ ຕ້ອງພ້ອມກັນຮີບຮ້ອນແກ້ໄຂ, ສະກັດກັ້ນ ບໍ່ໃຫ້ແຜ່ລາມ ຫຼື ບານປາຍ, ສືບຕໍ່ການກວດກາແຕ່ຫົວທີ, ກວດກາໂຄງການລົງທຶນຂອງລັດ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ບັນດາເປົ້າໝາຍທີ່ພວມດໍາເນີນກວດກາ ທີ່ຍັງບໍ່ທັນສໍາເລັດ ເພື່ອບໍ່ເຮັດໃຫ້ເກີດເປັນການລະເມີດ, ເຜີຍແຜ່ຜົນການ ກວດກາ ແລະ ການຕັດສິນແກ້ໄຂຈາກຜົນການກວດກາ, ຍ້ອງຍໍຜູ້ມີຜົນງານ ແລະ ລົງໂທດຜູ້ກະທຳຜິດ, ໃຫ້ ກວດກາຄືນບັນດານິຕິກຳຕ່າງໆທີ່ ກ່ຽວກັບ ວຽກງານກວດກາ ເພື່ອປັບປຸງ ແລະ ສ້າງ ນິຕິກຳໃດທີ່ຍັງບໍ່ພຽງພໍ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຄະນະກວດກາແຕ່ລະຂັ້ນ ໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ ສໍາລັບການກວດກາ ຕ້ອງຊອກໃຫ້ເຫັນສາເຫດຂອງການກະທໍາຜິດ, ມີວິທີການແກ້ໄຂ ແລະ ສາມາດຈັດຕັ້ງປະຕິບັດໄດ້ ແລະ ອື່ນໆ.
ໃນຕອນທ້າຍໄດ້ມີພິທີຍ້ອງຍໍຜົນງານຂອງຄະນະສະເພາະກິດ ແລະ ພະນັກງານຂອງຄະນະກວດກາສູນກາງພັກ ທີ່ມີຜົນງານໃນການກວດກາສາເຫດຂອງຄູກັນນໍ້າເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກພັງ ແລະ ປະກອບສ່ວນ ກວດກາກະຊວງ, ແຂວງ ຈໍານວນໜຶ່ງທີ່ດໍາເນີນໂຄງການບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການໃນໄລຍະຜ່ານມາ ໃນນີ້ປະດັບຫຼຽນໄຊແຮງງານ ຊັ້ນ I, ມີ 41 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ມີ 104 ທ່ານ, ຫຼຽນໄຊແຮງງານ ຊັ້ນ III, ມີ 53 ທ່ານ; ປະດັບຫຼຽນກາແຮງງານ ຈໍານວນ 47 ທ່ານ ແລະ ມອບໃບຍ້ອງຍໍຂອງລັດຖະບານ 30 ທ່ານ.
ຂ່າວ: ວຽງຈັນທາຍ
ຮູບ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ