Vientiane Times Lao
ປະທານປະເທດລາວ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ສປ ຈີນ

ປະທານປະເທດລາວ ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທີ່ປຶກສາແຫ່ງລັດ, ລັດຖະມົນຕີຕ່າງປະເທດ ສປ ຈີນ

ໃນວັນທີ 20 ກຸມພາ 2020, ທີ່ ທໍານຽບປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບ ຂອງສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງ ລັດ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19), ໃນລະຫວ່າງວັນທີ 19-20 ກຸມພາ, ທີ່ ນະຄອນຫຼວງ ວຽງຈັນ.

ໃນໂອກາດນີ້, ສະຫາຍ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ສະຫາຍ ລັດຖະມົນຕີ ຫວັງ ອີ້ ແລະ ຄະນະ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລະຫວ່າງ ລາວ-ຈີນ ຕາມທິດ 4 ດີ ກໍ່ຄືການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເກີດດອກອອກຜົນຂຶ້ນໄປເລື້ອຍໆ.

ພ້ອມດຽວກັນນີ້, ສະຫາຍເລຂາ ທິການໃຫຍ່ ກໍ່ໄດ້ສະແດງຄວາມຂອບ ໃຈທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ແລະ ການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບບັນຫາການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ທີ່ ນະຄອນຫຼວງ ວຽງຈັນ, ສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງຕໍ່ຜູ້ໄດ້ຮັບເຄາະຮ້າຍ ຈາກການແຜ່ລະບາດຂອງ ເຊື້ອພະຍາດດັ່ງກ່າວ.

ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ປະທານປະເທດ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວ ພັນຮ່ວມມືຂອງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃນໄລຍະຜ່ານມາ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply