ຄະນະກອງບູຮານວິທະຍາ ກົມມໍລະດົກ ກະຊວງ ຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຊຽງຂວາງ ແລະ ຊ່ຽວຊານ ມະຫາວິທະຍາໄລ ແຫ່ງຊາດ ອົດສະຕາລີ ໄດ້ຄົ້ນພົບຮ່າງກະດູກມະນຸດບູຮານ ແລະ ວັດຖຸຈໍານວນໜຶ່ງທີ່ມີອາຍຸຫຼາຍກວ່າ 2.000 ປີ ຢູ່ ບ້ານ ນາໂອ ເມືອງ ແປກ ແຂວງ ຊຽງຂວາງ ໃນມື້ວັນພຸດ ວັນທີ 19 ກຸມພາ 2020 ທີ່ຜ່ານມາ.
ຮ່າງກະດູກມະນຸດບູຮານທີ່ຖືກຄົ້ນພົບປະ ກອບມີ 5 ຮ່າງກະດູກໃນນັ້ນ ສົມບູນ 3 ຮ່າງ ແລະ ອີກ 2 ອັນ ແມ່ນບໍ່ສົມບູນ. ນອກນັ້ນ ຍັງພົບຫີນປູນ, ເຕົາດິນເຜົາ, ໄຫນ້ອຍ, ໝາກກະດິງ, ທອງສໍາລິດ ແລະ ໝາກປັດ ຈໍານວນໜຶ່ງ ຈາກການສັນນິຖານວ່າ ກະດູກ ແລະ ວັດຖຸ ດັ່ງກ່າວ ມີອາຍຸຫຼາຍກວ່າ 2.000 ປີ.
ທ່ານ ນາງ ບຸນຈັນ ບຸນນະສິນ ຫົວໜ້າ ກອງວິຊາການ ຫໍພິພິຕະພັນ ມໍລະດົກ ແຂວງ ຊຽງຂວາງ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍມື້ເຊົ້າວັນທີ 21 ກຸມພາ 2020 ນີ້ ກ່ຽວກັບການຄົ້ນພົບຮ່າງກະດູກ ແລະ ວັດຖຸດັ່ງກ່າວວ່າ: ມື້ນີ້ຈະໄດ້ນໍາເອົາຮ່າງກະດູກ ແລະ ວັດຖຸດັ່ງກ່າວ ມາໄວ້ທີ່ຫໍພິພິຕະພັນ ມໍລະດົກ ແຂວງ ຊຽງຂວາງ, ສ່ວນວ່າ ກະດູກ ແລະ ວັດຖຸ ທີ່ຄົ້ນພົບມາຈາກໃສນັ້ນ ຍັງບໍ່ສາມາດຕອບໄດ້, ແຕ່ສິ່ງທີ່ບອກໄດ້ຕອນນີ້ ຈາກຫຼັກຖານທີ່ພົບແມ່ນການເຮັດພິທີກໍາຝັງກະດູກຄັ້ງທີ 2.
ການຄົ້ນພົບດັ່ງກ່າວນີ້ ແມ່ນການສໍາຫຼວດ ແລະ ຂຸດຄົ້ນຢູ່ທົ່ງໄຫຫີນ 1 ເປັນຄັ້ງທີ 2, ເຊິ່ງເລີ່ມມາແຕ່ທ້າຍເດືອນ ມັງກອນ 2020 ເປັນຕົ້ນມາ.
ຂ່າວ: ສົມພາວັນ
ພາບ: ໂທລະພາບແຂວງຊຽງຂວາງ