Vientiane Times Lao
ລາວໃຫ້ຄວາມສຳຄັນກັບການພັດທະນາສີຂຽວຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ

ລາວໃຫ້ຄວາມສຳຄັນກັບການພັດທະນາສີຂຽວຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ

ລັດຖະບານລາວຈະເຊື່ອມສານຍຸດທະສາດສີຂຽວເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ ຫລຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ.

ທ່ານ ປ.ອ ກິແກ້ວ ຈັນທະບູນ, ຮອງລັດຖະ ມົນຕີກະຊວງແຜນການ ແລະ ການລົງທນ ກ່າວໃນລະຫວ່າງ ການສຳມະນາກ່ຽວກັບຜົນສຳເລັດແລະບາດກ້າວຕໍ່ໄປຂອງວຽກງານເຕີບໂຕສີຂຽວ ໃນ ສປປ ລາວ ໃນເຊົ້າວານນີ້ວ່າ: ການເຊື່ອມສານຍຸດທະສາດສີຂຽວເຂົ້າໃນການພັດທະນາເສດຖະກິດ ແມ່ນມີຄວາມສຳຄັນ ເພາະເປັນການພັດທະນາທີ່ນຳຊ້ຊັບ ພະຍາກອນທຳມະຊາດ ທີ່ຈຳກັດໃຫ້ມີປະສິດທິຜົນສູງສຸດ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍ ກະຊວງແຜນການ ແລະ ການລົງທຶນ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໂດຍຮ່ວມມືກັບ ທະນາຄານໂລກ ປະຈໍາລາວ ແລະ ສະຖາບັນການເຕີບໂຕສີຂຽວໂລກປະຈຳລາວ.

ທ່ານ ແຟຣງ ລິດຊເບີເມນ ຜູ້ອຳນວຍການໃຫຍ່ສະຖາບັນເຕີບໂຕສີຂຽວໂລກ ຍັງກ່າວຕື່ມວ່າ: ໃນເມື່ອກ່ອນ ມີຫຼາຍຄົນມັກຈະເວົ້າວ່າ ການປົກປັກຮັກສາສິ່ງແວດລ້ອມ ອາດສົ່ງຜົນກະທົບຕໍ່ກັບການພັດທະນາເສດຖະກິດ. ແຕ່ແນວຄວາມຄິດນັ້ນ ກໍ່ໄດ້ປ່ຽນໄປແລ້ວໃນປະຈຸບັນນີ້, ການພັດທະນາເສດຖະກິດຕາມທິດສີຂຽວ ບໍ່ພຽງແຕ່ຈະສົ່ງຜົນດີກັບສິ່ງ ແວດລ້ອມເທົ່ານັ້ນ ແຕ່ຍັງເປັນຕົວເລືອກທີ່ດີທີ່ສຸດຂອງການເຕີບໂຕທາງດ້ານເສດຖະກິດ.

ຂ່າວ: ສຸກສະໄຫມ

ພາບ: ບຸນແຝງ

Related Articles

Leave a Reply