ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການມື້ວັນທີ 21 ກຸມພາ 2020 ວ່າ ການປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກ ຊະນິດ.
ການປັບລົງລາຄານໍ້າມັນໃນຄັ້ງນີ້ຖືວ່າປັບລົງຫຼາຍຖ້າທຽບໃສ່ການປັບລົງໃນໄລຍະທີ່ຜ່ານມາ ຄື: ແອັດຊັງພິເສດ ປັບລົງ 480ກີບ/ລິດ ຈາກ 10.390 ກີບ/ລິດ ເຫຼືອ 9.910 ກີບ/ລິດ; ແອັດຊັງທໍາມະດາ ປັບລົງ 410 ກີບ/ລິດ ຈາກ 9.490 ກີ/ລິດ ເຫຼືອ 9.080 ກີບ/ລິດ ແລະ ກາຊວນ ປັບລົງ 600 ກີບ/ລິດ ຈາກ 8.760 ກີບ/ລິດ ເຫຼືອ 8.160 ກີບ/ລິດ. ການປັບລົງລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 22 ກຸມພາ 2020 ເວລາ 6:00ໂມງ ໃນຂອບເຂດທົ່ວປະເທດ.
ຂ່າວ-ພາບ: ວຽງຈັນທາຍ