ອໍານາດການປົກຄອງເມືອງປາກທາ, ແຂວງ ບໍ່ແກ້ວ ສາມາດຄວບຄຸມພະຍາດປາກເປື່ອຍລົງເລັບນຳສັດໃຫຍ່ໄດ້ແລ້ວ ແລະ ຈະມີການແຈ້ງການໃຫ້ເຄື່ອນຍ້າຍສັດ, ສົ່ງອອກ ແລະນຳເຂົ້າສູ່ຕະຫຼາດ ແລະ ບໍລິໂພກຊີ້ນໄດ້ປົກກະຕິນັບແຕ່ມື້ວັນທີ 24 ເດືອນກຸມພາ 2020 ນີ້ເປັນຕົ້ນໄປ.
ພະຍາດປາກເປື່ອຍເລີ່ມມາແຕ່ຕົ້ນເດືອນມັງກອນ ຫາ ຕົ້ນເດືອນ ກຸມພາ 2020 ແລະ ມີການອອກແຈ້ງການຫ້າມເຄື່ອນຍ້າຍ ແລະ ບໍລິໂພກສັດໃຫຍ່ດັ່ງກ່າວ ໃນອາທິດທີ່ຜ່ານມາ.
ທ່ານ ເງິນທະວີ ດວງສຸລິຍາ ພະນັກງານຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ປາກທາ ໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍມື້ເຊົ້າວັນທີ 24 ກຸມພາ 2020 ນີ້ວ່າ: ປັດຈຸບັນທາງທີມງານສັດຕະວະແພດ ສາມາດຄວມຄຸມ ແລະ ສາມາດສະກັດກັ້ນພະຍາດປາກເປື່ອຍລົງເລັບທີ່ເກີດນໍາສັດໃຫຍ່ໄດ້ແລ້ວ ແລະ ຈະມີການອອກແຈ້ງການລົບລ້າງການຫ້າມເຄື່ອນຍ້າຍສັດ ແລະ ບໍລິໂພກສັດໃຫຍ່ໃນມື້ນີ້. ເມືອງປາກທາ ມີ 34 ບ້ານ ແຕ່ມີການລະບາດຂອງພະຍາດດັ່ງກ່າວ ຢູ່ 5 ບ້ານຄື: ບ້ານ ດອນມີໄຊ, ຫ້ວຍທອງ, ໃຫຍ່ປາກທາ, ຫ້ວຍພະ ແລະ ພະຄອນ ແຕ່ບໍ່ມີສັດໃຫຍ່ ຕາຍຍ້ອນພະຍາດດັ່ງກ່າວ.
ຂ່າວ: ວຽງຈັນທາຍ
ພາບ: ສົມພາວັນ